ສປປ.ເກົາຫຼີ ກ່າວເຕືອນ ບໍ່ເຊື່ອມຕໍ່ການເຈລະຈາກັບສ.ເກົາຫຼີ ຄືນໃໝ່

ສປປ.ເກົາຫຼີ ກ່າວເຕືອນ ບໍ່ເຊື່ອມຕໍ່ການເຈລະຈາກັບສ.ເກົາຫຼີ ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 01/11, ສປປ.​ເກົາຫຼີ ຢືນຢັນ ຈະ​ບໍ່​ມີ​ການ​ເຈລະຈາ​ລະຫວ່າ​ງພຽງ​ຢາງ ​ແລະ ​ເຊີ​ອູ​ນ ຫຼື ປັບປຸງ​ການ​ພົວພັນ​ລະຫວ່າງ ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ຖ້າ​ຫາກ​ສ.​ເກົາຫຼີ ບໍ່​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​​ຢາ​ຍ​ໃບ​ປິວ​ຕ້ານ​ສປປ.​ເກົາຫຼີ. ຕາມ​ຝ່າຍ​ສປປ.​ເກົາຫຼີ ​ແລ້ວ, ອົງການ​ພົນລະ​ເຮື​ອນ​ສ.​ເກົາຫຼີ ​ໄດ້​ສືບ​ຕໍ່​ຢາຍ​ໃບ​ປິວຕ້ານ​ພຽງ​ຢາງ ຢູ່​ແຂວງ Kyeoggi ​ໃນຄໍ່າ​ຄືນ​ວັນ​ທີ 31/10. ຄະນະ​ກຳມະການ​ສ້າງສາ​ສັນຕິພາບ​ຄືນ​ໃໝ່​ຂອງ​ສປປ.​ເກົາຫຼີ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງ​ການ​ໃຫ້​ຮູ້​ວ່າ, ພຽງ​ຢາງ ຈະ​ນຳ​ບັນຫາ​ດັ່ງກ່າວ​ຂຶ້ນ​ສູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຄື​ສະຫະ​ປະຊາ​ຊາດ ​ເພື່ອ​ມີ​ສຽງ​ເວົ້າ​ກ່າວ​ປະນາມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສ.​ເກົາຫຼີ ທີ່​ເຮັດ​​ໃຫ້​ອິດທິຜົນ​ຊື່​ສຽງ​ຂອງ​ວົງ​ກາ​ນການ​ນຳສປປ.​ເກົາຫຼີ ຖືກ​ຫຼຸດ​ລົງ. ຖະ​ແຫຼ​ງການ​ກໍ່​ກ່າວ​ເຕື່ອນ​ວ່າ, ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ  ປັກ​ເກີນ​ຮີ ຈະ​ຕ້ອງ​ທົດ​ແທນ​ຄວາມ​ເສຍ​ຫາຍ ຖ້າ​ຫາກພາ​ດໂ​ອກາດ​​ເຈລະຈາ​​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ທີ່​ຫາ​ຍາກ​ນີ້.
ຂ່າວ/ບົດ​ອື່ນ