ສປປເກົາຫຼີ ຈະສືບຕໍ່ບັນດາການ ຍິງດາວທຽມ

ສປປເກົາຫຼີ ຈະສືບຕໍ່ບັນດາການ ຍິງດາວທຽມ - ảnh 1
ທ່ານ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ຍິງ​ລູກ​ສອນ​​ໄຟ​
ນຳ​ດາວ​ທຽມ​ເມື່ອ​ວັນ​ທີ 12/12
(ພາບ: dantri.com.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 14/12, ສຳນັກ​ຂ່າວສານ​ສູນ​ກາງ​ສປປ​ເກົາຫຼີ (KCNA) ​ໃຫ້​ຂ່າວ​ວ່າ ການ​ນຳ​ຂອງ​ປະ​ເທດ​ນີ້ ທ່ານ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ຍິງ​ລູກ​ສອນ​​ໄຟ​ນຳ​ດາວ​ທຽມ​ເມື່ອ​ວັນ​ທີ 12/12 ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ ​ການ​ຍິງ​ດາວ​ທຽມ​ຕ້ອງ​ໄດ້​ຮັບ​ການ​ຮັກສາ​ໄວ້. ຕາມ KCNA ​ແລ້ວ, ທ່ານ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ສຸດ​ທ້າຍ​ດ້ວຍ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຍິງ​ດາວ​ທຽມ​ນັ້ນ ​​ໃຫ້​ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ອະວະກາດ​ສປປ​ເກົາຫຼີ ​ໃນ​ເວລາ 8 ​ໂມງ ຕອນ​ເຊົ້າ​ວັນ​ທີ 12/12 ​ແລະ ​ໄປ​ຢ້ຽມຢາມ​ສູນ​ຄວບ​ຄຸມ ​ແລະ ບັນຊາ​ດາວ​ທຽມ ​ໃນ​ເວລາ 9 ​ໂມງ​ເຊົ້າ, ກ່ອນ​ທີ່​ດຳ​ເນີນ​ການຍິງ​ດາວ​ທຽມ 1 ຊົ່ວ​ໂມງ. ນີ້​ແມ່ນ​ຂໍ້​ມູນ​ຂ່າວສານ​ທາງ​ການ​ທຳ​ອິດກ່ຽວ​ກັບບັນດາ​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ນີ້​ໃນ​ໄລຍະ​​ເວລາ​ປະມານ 2 ອາທິດ​ຜ່ານ​ມາ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້ປະກາດບັນດາ​ຂໍ້​ຕົງ​ລົງ​ຂອງ​ການ​​​ຍິງ​ລູກ​ສອນ​ໄຟ​​ໄດ້​ຮັບ​ການ​ປະກາດຢ່າງ​ລະອຽດ. ທ່ານ Kim Jong Un ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການສືບ​ຕໍ່​ຍິງ​ລູກ​ສອນ​ໄຟ​ໃນ​ອະນາຄົດ​ເພື່ອ​ພັດທະນາ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ