ສປປເກົາຫຼີ ຍິງທົດລອງເຄື່ອງຍົນລູກສອນໄຟລຸ້ນໃໝ່

ສປປເກົາຫຼີ ຍິງທົດລອງເຄື່ອງຍົນລູກສອນໄຟລຸ້ນໃໝ່ - ảnh 1
(ພາບປະກອບ / KCNA)
 (vovworld) - ວັນ​ທີ 19/3, ສຳນັກ​ຂ່າວສານ​ທາງ​ການ​ຂອງ ສປປ ​ເກົາຫຼີ (KCNA) ​ໃຫ້​ຂ່າວ​ວ່າ​ປະ​ເທດ​ນີ້​ໄດ້​ດຳ​ເນີນ​ການຍິງ​ທົດ​ລອງ​​ເຄື່ອງ​ຍົນລູກ​ສອນ​ໄຟລຸ້ນ​ໃໝ່ ຢູ່​ສະໜາມ​ຍິງ​ລູກ​ສອນ​ໄຟ Tongchang-ri, ການ​ນຳ ສປປ ​ເກົາຫຼີ Kim Jong – un ​ໄດ້​ຕິດຕາມ​ການ​ຍິງ​ທົດ​ລອງ​ນີ້ ​ແລະ ​ເນັ້ນ​ໜັກ​ວ່າ, ການ​ຍິງ​ທົດ​ລອງ​ໄດ້​ສຳ​ເລັດ​ຜົນ, ​ເປັນ​ຂີດ​ໝາຍ​ບາດກ້າວ​ໃໝ່​ຂອງ​ຂະ​ແໜງປະດິດ​ສ້າງ​ລູກ​ສອນ​ໄຟ ສປປ ​ເກົາຫຼີ. ​ເຄື່ອງ​ຍົນ​ນີ້ຈະ​ຊ່ວຍ ສປປ​ເກົາຫຼີ ບັນລຸ​ໄດ້ຄວາມ​ສາມາດ​ຍິງ​ດາວ​ທຽມ​ດີ​ທີ່​ສຸດ​ຂອງ​ໂລກ, ພ້ອມ​ທັງ​ເປັນ​ສັນຍານ​ທີ່​ວ່າ​ນີ້​ອາດ​ຈະ​ແມ່ນ​ເຄື່ອງ​ຍົນ​ປະ​ເພດ​ໃໝ່​ໃຫ້​ລູກ​ສອນ​ໄຟ​ໄລຍະ​ໄກ.

 

ຕອບກັບ

ຂ່າວ/ບົດ​ອື່ນ