ສປປ.ເກົາຫຼີ ຍິງວັດຖຸບິນ 2 ເຄື່ອງ ທີ່ຖືກສົງໄສວ່າເປັນລູກສອນໄຟນຳວິຖີ

(VOVWORLD) - ກອງທັບ ສ.ເກົາຫຼີ ໄດ້ຄັດຄ້ານການກະທຳຫຼ້າສຸດຂອງ ສປປ.ເກົາຫຼີ  ແລະ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຢຸດການຍິງທົດລອງນີ້.
ສປປ.ເກົາຫຼີ ຍິງວັດຖຸບິນ 2 ເຄື່ອງ ທີ່ຖືກສົງໄສວ່າເປັນລູກສອນໄຟນຳວິຖີ - ảnh 1(ພາບປະກອບ: AFP/TTXVN)

            ຕອນເຊົ້າວັນທີ 13 ກັນຍາ, ກອງທັບ ສ.ເກົາຫຼີ ແລະ ກອງທັບ ຍີ່ປຸ່ນ ກ່າວວ່າ, ໃນເວລາ 11 ໂມງ 43 ນາທີ ແລະ 11 ໂມງ 53 ນາທີ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນ 2 ເຄື່ອງ ທີ່ຖືກສົງໄສວ່າເປັນລູກສອນໄຟນຳວິຖີອອກສູ່ເຂດທະເລທາງທິດຕາເວັນອອກຂອງແຫຼມເກົາຫຼີ.

            ຫຼັງຈາກນັ້ນ, ກອງທັບ ສ.ເກົາຫຼີ ໄດ້ຄັດຄ້ານການກະທຳຫຼ້າສຸດຂອງ ສປປ.ເກົາຫຼີ  ແລະ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຢຸດການຍິງທົດລອງນີ້.

            ໃນຂະນະນັ້ນ, ທ່ານ Hirokazu Matsuno, ຫົວໜ້າຫ້ອງການຄະນະລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ, ລັດຖະບານປະເທດນີ້ໄດ້ສົ່ງຈົດໝາຍທາງການເຖິງ ສປປ ເກົາຫຼີ, ໂດຍຜ່ານສະຖານທູດ ຍີ່ປຸ່ນ ປະຈຳ ປັກກິ່ງ. ລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ, ລູກສອນໄຟ 2 ລູກທີ່ຍິງນັ້ນ ໄດ້ຕົກລົງຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງ ຍີ່ປຸ່ນ, ບໍ່ໄດ້ກໍ່ຄວາມເສຍຫາຍຕໍ່ກຳປັ່ນ ແລະ ເຮືອບິນໃນບໍລິເວນດັ່ງກ່າວ.

            ບັນດາເຫດຍິງລູກສອນໄຟໄດ້ດຳເນີນໄປໃນຂະນະທີ່ການນຳສປປ.ເກົາຫຼີ Kim Jong Un ພວມໄປຢ້ຽມຢາມ ລັດເຊຍ. ໃນເຫດ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກຄັ້ງຫຼ້າສຸດຫວ່າງມໍ່ໆມານີ້ແມ່ນໃນວັນທີ 30 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ