ສປປ.ເກົາຫຼີ ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ ອອກສູ່ທະເລ

(VOVWORLD) -ໃນຕອນຮຸ່ງເຊົ້າວັນທີ 02 ຕຸລາ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນຈາກຢູ່ເທດສະບານເມືອງ ແຄມທະເລ Wonsan, ທາງທິດ ຕາເວັນອອກ ສປປ.ເກົາຫຼີ. 
ສປປ.ເກົາຫຼີ ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ ອອກສູ່ທະເລ - ảnh 1ສປປ.ເກົາຫຼີ ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ ອອກສູ່ທະເລ (ພາບ: AP)

ສະພາເສນາທິການກໍາລັງທະຫານປະສົມ ສ.ເກົາຫຼີ (JCS) ຖະແຫຼງວ່າ  ໃນຕອນຮຸ່ງເຊົ້າວັນທີ 02 ຕຸລາ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນຈາກຢູ່ເທດສະບານເມືອງ ແຄມທະເລ Wonsan, ທາງທິດ ຕາເວັນອອກ ສປປ.ເກົາຫຼີ. ເຖິງຢ່າງໃດກໍຕາມ, JCS ບໍ່ສະໜອງຂໍ້ມູນລາຍລະອຽດກ່ຽວກັບວັດຖຸບິນ ດັ່ງກ່າວ.

        ກໍໃນຕອນເຊົ້າວັນທີ 02 ຕຸລາ, ທ່ານ Yoshihide Suga ຫົວໜ້າຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ກໍຮັບຮອງວ່າ ມີວັດຖຸບິນຍັງບໍ່ທັນໄດ້ຮັບການຢັ້ງຢືນ ໂດຍ ສປປ.ເກົາຫຼີ ຍິງນັ້ນ ໄດ້ຕົກໃສ່ເຂດເສດຖະກິດພິເສດຢູ່ກາງທະເລໃນບໍລິເວນແຂວງ Shimane ຂອງປະເທດນີ້. ຕໍ່ໜ້າການກະທໍາດັ່ງກ່າວຂອງ ຝ່າຍ ສປປ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ ປະເທດນີ້ ຈະສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຕິດຕາມສະພາບການຢ່າງໃກ້ຊິດພາຍຫຼັງການທົດລອງຍິງລູກສອນໄຟນໍາວິຖີ ເຊິ່ງ ສປປ.ເກົາຫຼີ ໄດ້ດໍາເນີນໃນວັນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ