ສປປ.ເກົາຫຼີ ຖະແຫຼງແມ່ນປະເທດນິວເຄຼຍ “ມີຄວາມຮັບຜິດຊອບ”

(VOVWORLD) - ວັນທີ 07 ສິງຫາ, ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ (ARF) ທີ່ພວມດຳເນີນຢູ່ ມານີລາ ປະເທດ ຟີລິບປີນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Ri Yong-ho ເນັ້ນໜັກວ່າ 
ສປປ.ເກົາຫຼີ ຖະແຫຼງແມ່ນປະເທດນິວເຄຼຍ “ມີຄວາມຮັບຜິດຊອບ” - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ Ri Yong-ho (ພາບ:  AFP/TTXVN)

ສປປ.ເກົາຫຼີ ແມ່ນ “ປະເທດມະຫາອຳນາດນິວເຄຼຍ ແລະ ປະເທດກຳມະສິດລູກສອນໄຟນຳວິຖີຂ້າມທະວີບ (ICBM) ມີຄວາມຮັບຜິດຊອບ”. ຕາມນັ້ນແລ້ວ, “ພຽງຢາງ ບໍ່ມີເຈດຈຳນົງນຳໃຊ້ອາວຸດນິວເຄຼຍ ຫຼື ນາບຂູ່ນຳໃຊ້ອາວຸດນິວເຄຼຍຕ້ານປະເທດໃດໆນອກຈາກ ອາເມລິກາ, ເວັ້ນເສຍກໍລະນີ ບັນດາປະເທດອື່ນໆ ເຂົ້າໃນຄວາມມານະພະຍາຍາມຕ້ານ ສປປ.ເກົາຫຼີ ຂອງ ອາເມລິກາ”. ນອກຈາກນັ້ນ, ທ່ານ Ri Yong-ho ກໍ່ຕຳໜິຕິຕຽນ ວໍຊິງຕັນ “ຊອກຫາວິທີຫັນບັນຫາແຫຼມເກົາຫຼີເປັນບັນຫາສາກົນ ດ້ວຍວິທີສວຍໃຊ້ ສະຫະປະຊາຊາດ” ຜ່ານການໂຄສະນາວ່າ ເລືີ່ອງ ພຽງຢາງ ກຳມະສິດອາວຸດ ນິວເຄຼຍ ແມ່ນ “ໄພນາບຂູ່ທົ່ວໂລກ”. ຕາມເຈົ້າໜ້າທີ່ຜູ້ນີ້, ສະພາບຄວາມເຄັ່ງຕຶງດ້ານນິວເຄຼຍຢູ່ແຫຼມ ເກົາຫຼີ ໃນປັດຈຸບັນ ໂດຍ ອາເມລິກາສ້າງຂຶ້ນ ແລະ ເຮັດໃຫ້ປີນຂັ້ນໄດ.

ຕອບກັບ

ຂ່າວ/ບົດ​ອື່ນ