ສປປ.ເກົາຫຼີ ນາບຂູ່ອາດຈະຖອນຄືນຂໍ້ຕົກລົງເຂົ້າຮ່ວມງານມະຫາກຳກິລາລະດູໜາວ RyeongChang

(VOVWORLD) - ວັນທີ 14 ມັງກອນ, ສປປ. ເກົາຫຼີ ນາບຂູ່ຈະຍົກເລີກແຜນການເຂົ້າຮ່ວມງານມະຫາກຳກິລາ (Olympic) ລະດູໜາວ ທີ່ດຳເນີນຢູ່ PyeongChang (ສ.ເກົາຫຼີ) ໃນເດືອນໜ້າ, 
  

ພ້ອມທັງຕຳໜິຕິຕຽນ ສ.ເກົາຫຼີ ຍ້ອນບັນດາຄຳກ່າວປາໄສທີ່ການປະຊຸມຂ່າວຂອງທ່ານປະທານາທິບໍດີ Moon Jae-in ໃນຫວ່າງມໍ່ໆມານີ້ ດ້ວຍຄວາມໝາຍວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊ່ວຍເປີດການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

       ສປປ.ເກົາຫຼີ ເຄີຍປະຕິເສດເລື່ອງເຂົ້າຮ່ວມງານມະຫາກຳກິລາລະດູຮ້ອນ 1988 ຢູ່ນະຄອນຫລວງ ເຊີອູນ.

        ກ່ອນໜ້ານັ້ນ, ວັນທີ 13 ມັງກອນ, ສປປ.ເກົາຫຼີ ໄດ້ສະເໜີກັບຝ່າຍ ສ.ເກົາຫຼີ ກ່ຽວກັບເລື່ອງຈັດຕັ້ງການພົບປະຂັ້ນວິຊາການໃນວັນທີ 15 ມັງກອນ ຢູ່ຕຶກອາຄານເອກະພາບ (ນອນໃນຜືນແຜ່ນດິນ ສປປ.ເກົາຫຼີ) ຢູ່ບ້ານຢຸດຕິການຮົບ Panmunjom ເພື່ອປຶກສາຫາລືກ່ຽວກັບເລື່ອງ ພຽງຢາງ ຈັດສົ່ງຄະນະນັກສິລະປະເຂົ້າຮ່ວມການສະແດງຢູ່ງານມະຫາກຳກິລາ PyeongChang 2018 . ວັນທີ 14 ມັງກອນ ກະຊວງເອກະພາບ ສ.ເກົາຫຼີ ປະກາດວ່າ ເຊີອູນ ແລະ ພຽງຢາງ ຈະດຳເນີນການເຈລະຈາຂັ້ນນັກວິຊາການໃນອາທິດນີ້ ເພື່ອແນໃສ່ປຶກສາຫາລືລະອຽດກ່ຽວກັບແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ