ສປປເກົາຫຼີ ປະຕິບັດການ ຍິງດາວທຽມຕາມແຜນການ

ສປປເກົາຫຼີ ປະຕິບັດການ ຍິງດາວທຽມຕາມແຜນການ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 12/12, ສປປ​ເກົາຫຼີ ດຳ​ເນີນ​ການ​ຍິງ​ດາວ​ທຽມ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ ຖື​ວ່າ​ແມ່ນ​ການ​ທົດ​ລອງລູກ​ສອນ​ໄຟນຳ​ວິ​ຖີ, ​ໃນ​ຂະນະ​ທີ່​ຝ່າຍພຽງ​ຢາງ ຢືນຢັນ​ວ່າ ນີ້​ແມ່ນ​ການ​ຍິງ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ. ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ຍິງ​ດາວ​ທຽ​ມ​ໄດ້ສຳ​ເລັດ ຫຼື ບໍ່. ສຳນັກ​ຂ່າວສານ Yonhap ຄັດ​ແຫຼ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ ​ໂດຍ​ໃຫ້​ຮູ້​ວ່າ ການ​ຍິງ​ດາວ​ທຽມ​ໄດ້​ດຳ​ເນີນ​ຢູ່​ສູນ​ຍິງ​ດາວ​ທຽມ Sohae ​ໃນ​ເວລາ 9 ​ໂມງ 51 ນາທີ ຕາມ​ເວລາ​ທ້ອງ​ຖິ່ນ ( 7 ​ໂມງ 51 ນາທີ ຕາມ​ເວລາ​ຫວຽດນາມ).

ຂ່າວ/ບົດ​ອື່ນ