ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ກຳ​ນົດ​ຈຸດ​ພິ​ກັດ​ໃໝ່

(VOVWORLD) - ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະສາດ ທີ່ປະກອບເຕັກໂນໂລຢີກຳນົດຈຸດພິກັດແບບ “ອັດຕະໂນມັດ” ໃໝ່ ແນໃສ່ຍົກສູງຄວາມສາມາດດ້ານອາວຸດຂອງຕົນ.
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຍຸດ​ທະ​ສາດ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ກຳ​ນົດ​ຈຸດ​ພິ​ກັດ​ໃໝ່ - ảnh 1ການຍິງທົດລອງໃນວັນທີ 17 ພຶດສະພາ (ພາບ: KCNA)

ຕອນເຊົ້າວັນທີ 18 ພຶດສະພາ, ສື່ມວນຊົນສາທາລະນະລັດປະຊາທິປະໄຕ ປະຊາຊົນ ສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ປະເທດນີ້ ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະສາດ ທີ່ປະກອບເຕັກໂນໂລຢີກຳນົດຈຸດພິກັດແບບ “ອັດຕະໂນມັດ” ໃໝ່ ແນໃສ່ຍົກສູງຄວາມສາມາດດ້ານອາວຸດຂອງຕົນ.

        ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ເຜີຍໃຫ້ຮູ້ວ່າ ຄວາມຊັດເຈນ ແລະ ຄວາມໄວ້ວາງໃຈຂອງລະບົບກຳນົດຈຸດພິກັດແບບອັດຕະໂນມັດນີ້ ໄດ້ຢັ້ງຢືນຜ່ານການຍິງທົດລອງໃນວັນທີ 17 ພຶດສະພາ ອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ການນຳ ສປປ.ເກົາຫຼີ Kim Jong – un ໄດ້ຕິດຕາມກວດກາການຍິງທົດລອງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ