ສປປເກົາຫຼີ ລະນຶກວັນອອກ ຖະແຫຼງການຮ່ວມລະຫວ່າງ 2 ພາກເກົາຫຼີ

ສປປເກົາຫຼີ ລະນຶກວັນອອກ ຖະແຫຼງການຮ່ວມລະຫວ່າງ 2 ພາກເກົາຫຼີ - ảnh 1

ປະ​ເທດ ສປປ​ເກົາຫຼີ

(ພາບ:mofahcm.gov.vn)

( vovworld )-​ວັນ​ທີ 16/6, ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​ໄດ້​ຈັດ​ພິທິລະນຶກ 12 ປີ​ແຫ່ງ​ວັນ​ອອກ​ຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ 2 ພາກ​ເກົາຫຼີ ​ແຫ່ງ​ປະຫວັດສາດ (15/6/2000-15/6/2012). ກ່າວ​ຄຳ​ເຫັນ​ທີ່​ພິທີ, ບັນດາ​ການ​ນຳ​ພັກ ​ແລະ ລັດ ສປປ​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ທັງ​ໝົດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈົ່ງ​ຍົກ​ສູງ​ນ້ຳ​ໃຈ​ສາມັກຄີ, ສັນຕິ​ພາບ ຖືກຕ້ອງ​ຕາມ​ເນື້ອ​ໃນຈິດ​ໃຈ​ລະບຸ​ໄວ້​ໃນຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ 2 ພາກເກົາຫຼີ ຊື່​ງ​ໄດ້​ລົງ​ນາມ​ເມື່ອ​ປີ 2000 ພາຍຫຼັງ​ການ​ພົບ​ປະ​ຂັ້ນສຸດ​ຍອດ​ລະຫວ່າງ​ປະທານາທິບໍດີ​ສາທາລະນະ​ລັດ​ເກົາຫຼີ Kim Dae jung ​ແລະ ການ​ນຳ​ສປປ​ເກົາຫຼີ Kim Jong il.

   ຕີ​ລາຄາ​ກ່ຽວ​ກັບຖະ​ແຫຼ​ງການ​ຮ່ວມ​ລະຫວ່າງ​ສະບັບ​ດັ່ງກ່າວ, ວິທະຍຸ​ກະຈາຍສຽງ​ພຽງ​ຢາງ ຢືນຢັນ​ວ່າ ນີ້​ແມ່ນ​ມໍລະດົກ​ອັນ​ລ້ຳຄ່າ​ຂອງ​ວິວັດ​ທະນະ​ການ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ໃນ​ແຫຼມ​ເກົາຫຼີ​ຄືນ​ໃໝ່ ​ແລະ ລັດທິ​ຮັກ​ຊາກ ຊື່​ງອະດີດ​ການ​ນຳ Kim Jong il ປະ​ໄວ້​ໃຫ້​ປະ​ເທດ​ນີ້.

 

ຂ່າວ/ບົດ​ອື່ນ