ສປປ.ເກົາຫຼີ ສືບຕໍ່ຮຽກຮ້ອງ ອາເມລິກາ ປະຕິບັດຂໍ້ຕົກລົງປອດນິວເຄຼຍ

(VOVWORLD) - ວັນທີ 09 ກັນຍາ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຢືນຢັນວ່າ: ພຽງຢາງ ພວມເຄົາລົບປະຕິບັດຂໍ້ຕົກລົງປອດນິວເຄຼຍ ເຊິ່ງປະເທດນີ້ ແລະ ອາເມລິກາ ບັນລຸໄດ້ໃນປີນີ້,
ສປປ.ເກົາຫຼີ ສືບຕໍ່ຮຽກຮ້ອງ ອາເມລິກາ ປະຕິບັດຂໍ້ຕົກລົງປອດນິວເຄຼຍ - ảnh 1 ການນຳ ສປປ.ເກົາຫຼີ Kim Jong-un (ພາບ: AFP/TTXVN )

ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ ວໍຊິງຕັນ ມີການກະທຳກົງກັບຄວາມມານະພະຍາຍາມຂອງ ສປປ.ເກົາຫຼີ ແນໃສ່ປະຕິບັດບັນດາຄຳໝັ້ນສັນຍາລະຫວ່າງ 2 ຝ່າຍ.

        ຄຳຖະແຫຼງການດັ່ງກ່າວ ໂດຍການນຳ ສປປ.ເກົາຫຼີ Kim Jong-un ໄດ້ຍົກອອກມາທີ່ການຕ້ອນຮັບທ່ານ ລີຈານສູ້ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ທີ່ພວມມີໜ້າຢູ່ ພຽງຢາງ ເພື່ອເຂົ້າຮ່ວມພິທີ ສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ.ເກົາຫຼີ ຄົບຮອບ 70 ປີ. ທ່ານ Kim Jong-un ໄດ້ສະແດງຄວາມມຸ່ງຫວັງກັບທ່ານ  ລີຈານສູ້ ວ່າ ພຽງຢາງ ຫວັງວ່າ ວໍຊິງຕັນ ກໍ່ຈະຮັກສາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນີ້. ການນຳ ສປປ.ເກົາຫຼີ Kim Jong-un ກໍ່ທົບທວນຄືນວ່າ ປະເທດນີ້ ພວມສຸມໃສ່ເຂົ້າໃນການພັດທະນາເສດຖະກິດ ແລະ ພຽງຢາງ ຢາກຮ່ຳຮຽນເອົາປະສົບການຂອງ ຈີນ ກ່ຽວກັບການພັດທະນາເສດຖະກິດ.

        ສ່ວນທ່ານ ລີຈານສູ້ ໄດ້ຢືນຢັນຄຳໝັ້ນສັນຍາຂອງ ຈີນ ຄືນໃໝ່ ກ່ຽວກັບເລື່ອງສ້າງແຫຼມ ເກົາຫຼີ ປອດນິວເຄຼຍ. ທ່ານ ລີຈານສູ້ ໃຫ້ຮູ້ວ່າ: ຈີນ ຫວັງວ່າ ສປປ.ເກົາຫຼີ ແລະ ອາເມລິກາ ຈະປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະສຸດຍອດ 2 ຝ່າຍ ແລະ ຮັກສາທິດທາງໂດຍສັນຕິວິທີ ແລະ ເຈລະຈາຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ