ສປປ.ເກົາຫຼີຍິງທົດລອງລູກສອນໄຟ

ສປປ.ເກົາຫຼີຍິງທົດລອງລູກສອນໄຟ - ảnh 1
ລູກສອນໄຟຂອງ ສປປ ເກົາຫຼີ ໃນການສວນສະໜາມ
(ພາບປະກອບຈາກ dantri.com)


(vovworld) – ວັນ​ທີ 3/3, ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ໃສ່​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກປະ​ເທດ​ນີ້. ສຳນັກ​ຂ່າວສານ Yonhap (ສ ​ເກົາຫຼີ) ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​​ເຈົ້າ​ໜ້າ​ທີ ສ ​ເກົາຫຼີ ​ໂດຍ​ບໍ່​ເຜີຍຊື່ວ່າ: ບັນດາ​ລູກ​ສອນ​ໄຟ​ດັ່ງກ່າວ​ໄດ້​ຍິງ​ຈາກ​ເຂດ Gitdaeryeong ​ແລະ Wonsan ຢູ່​ແຄມ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​​ໃຕ້ຂອງ ສປປ ​ເກົາຫຼີ, ​ແນ​ໃສ່​ທາງ​ທິດຕາ​ເວັນ​ອອກ. ຕາມ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ແລ້ວ, ປະ​ເພດ​ລູກ​ສອນ​ໄຟທີ່​ໄດ້ນຳ​ໃຊ້​ໄດ້​ຮັບ​ຖື​ວ່າ​ແມ່ນ Scud – ​C, ​ໃນ​ໄລຍະ​ຍິງ​ເຖິງ 500 ກມ. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ ​ເກົາຫຼີ ທ່ານ Kim Min – seok ​ໄດ້​ເອີ້ນ​ເຫດການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ແມ່ນ​ການ​ກະທຳ “​ໄດ້​ຮັບ​ການ​ຄິດ​ໄລ່​ລວງ​ໜ້າ”, “ຕັ້ງ​ໃຈ​ເກາະ​ຜິດ​”, ​​ໄດ້​ຮັບ​ການ​ປະ​ຕິບັດ​ພາຍຫຼັງ ສ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ​ໃນ​ວັນ​ທີ 24/2. ພຽງ​ຢາງ ​ໄດ້​ມີ​ປະຕິກິລິຍາ​ຢ່າງ​​ຮຸນແຮ​ງ ​ແລະ ຮຽກຮ້ອງ​ໃຫ້​​ໂຈະ ຫຼື ລົບ​ລ້າງການ​ຊ້ອມ​ຮົບ​ຮ່ວມ​ນີ້. ກ່ອນ​ໜ້າ​ນັ້ນ, ວັນ​ທີ 27/2, ກໍ່​ຢູ່​ເຂດ​ດັ່ງກ່າວ, ສປປ ​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ Scud – ​C 4 ລູກ.

 

ຂ່າວ/ບົດ​ອື່ນ