ສ​ປ​ປ.ເກົາຫຼີຍິງລູກສອນໄຟແມ່ນການກະທຳລະເມີດມະຕິຂອງສະຫະປະຊາຊາດ

ສ​ປ​ປ.ເກົາຫຼີຍິງລູກສອນໄຟແມ່ນການກະທຳລະເມີດມະຕິຂອງສະຫະປະຊາຊາດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ Francois Dalettre
(ພາບປະ​ກອບ: joellebailard)

(vovworld) - ​​ ສ​ປ​ປ.ເກົາ​ຫຼີ​ຍິງ​ລູກ​ສອນ​ໄຟ​ແມ່ນ​ການ​ກະ​ທຳ​ລະ​ເມີດ​ມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ Francois Dalettre ​ກ່ອນ​ທີ່​ຈັດກອງ​ປະ​ຊຸມ​ລັ​ບ​ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສ​ະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 22/06 ກ່ຽວ​ກັບ​ເລື່ອງ ສ​ປ​ປ.ເກົາ​ຫຼີ ຍິງ​ລູກ​ສອນ​ໄຟໄລ​ຍະ​ກາງ Musudan 2 ລູກ, ຈາກນ​ະ​ຄອ​ນ Wosan ໃນ​ຕອນ​ເຊົ້າ​ວັນ​ດຽ​ວ​ກັນ. ທ່ານ Dalettre ໄດ້​ຮຽກ​ຮ້ອງ​ໃຫ້ສະ​ພາ​ຄວາມ​ໝັ້ນ​ຄົງ ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ໄວ ແລະ ເຂັ້ມ​ແຂງ. ບັນ​ດາ​​ເຫດຍິງ​​ລູກ​ສອນ​ໄຟ​ຂອງ​ສ​ປ​ປ.ເກົາ​ຫຼີ ດຳ​ເນີນ​ໃນ​ເວ​ລາ​ປະ​ມານ​ແຕ່ 5 ໂມງ 58 ນາ​ທີ ແລະ 8 ໂມງ 05 ນາ​ທີ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ໃນ​ນັ້ນການ​ຍິງ​ລູກ​ສອນ​ໄຟຄັ້ງ​ທີ່​ໜຶ່ງ​ຖືກ​ປະ​ລ​າ​ໄຊ, ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ທີ 2 ​ແມ່ນ​ບິນ​ໄດ້​ປະ​ມານ 400 ກ.ມ. ແລະ​ກໍ​ໃນ​ຄຳ​ກ່າວ​ປາ​ໄສ​ກ່ອນ​ດຳ​ເນີນກອງ​ປະ​ຊຸນນີ້, ທ່ານ​ຮອງ​ໂຄ​ສົກ​ສະ​ຫະ​ປະ​ຊາ​ຊາດ Farhan Haq ຢືນ​ຢັນ​ວ່າ, ການ​ກະ​ທຳ​ຂອງ​ສ​ປ​ປ.ເກົາ​ຫຼີ ແມ່ນ​​ຂາດຄວາມ​ຮັບ​ຜິດ​ຊອບ ແລະ ​ເປັນ​ການ​ທະ​ທ້າຍເຈດ​ຕະ​ນາ​ດີ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ທຳ​ນຽບ​ຂາວ ກ​ໍ​ອອກ​ຖະ​ແຫຼງ​ກ່າວ​ປະ​ນາມ​ເຫດ​ຍິງ​ລູ​ກ​ສອນ​ໄຟ​​ຄັ້ງ​ລ້າ​ສຸດ​ຂອງ​ສ​ປ​ປ.ເກົາ​ຫຼີ ຢ່າງ​ຮ້​າຍ​ແຮງ, ພ້ອ​ມ​ທັງ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ການ​ກະ​ທຳ “ລະ​ເມີດ​ຢ່າງ​ເປີດ​ແປນ” ຕໍ່ບັນ​ດາ​ພັນ​ທະ​ສາ​ກົນ​ຂອງ​ພຽງ​ຢາງ.

        ວັນ​ທີ 23/06, ສ​ປ​ປ.ເກົາ​ຫຼີ ​ຖະ​ແຫຼງວ່າ, ໄດ້​ທົດ​ລອງ​ລູກ​ສອນ​ໄຟນຳ​ວິ​ທີ​​ຍຸດ​ທະ​ສາດ​ໜ້າ​ດິນ​ຕ້ານ​ໜ້າ​ດິນ​ໄລ​ຍະ​ກາງ ແລະ ໄລ​ຍະ​ໄກ Hwasong – 10 ເຖິງເປົ້າ​ໝາຍ​ຢູ່​ເຂດ​ທະ​ເລ​​ໄກ 400 ກ.ມສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ