ສປປ.ເກົາຫຼີຍິງລູກສອນໄຟໃນຂະນະທີ່ຫາງສຽງໂລກຄັດຄ້ານບັນດາມາດຕະການລົງໂທດລຳພັງຝ່າຍດຽວຕ້ານສປປ.ເກົາຫຼີ

ສປປ.ເກົາຫຼີຍິງລູກສອນໄຟໃນຂະນະທີ່ຫາງສຽງໂລກຄັດຄ້ານບັນດາມາດຕະການລົງໂທດລຳພັງຝ່າຍດຽວຕ້ານສປປ.ເກົາຫຼີ - ảnh 1
ການນຳ ສປປ ເກົາຫຼີ ສັງເກດການຍິງລູກສອນໄຟ
(ພາບ: KCNA)

(vovworld) –  ວັນ​ທີ 18/3, ສຳນັກ​ຂ່າວສານ Yonhap ຂອງ ສ. ​ເກົາຫຼີ ​ໄດ​້​ໃຫ້​ຂ່າວ​ວ່າ: ສປປ ​ເກົາ​ຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃສ່​ເຂດ​ທະ​ເລ​ທາງທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ ດ້ວຍ​ໄລຍະ​ໄກ​ໄດ້​ປະມານ 800 ກມ. ການ​ກະທຳ​ດັ່ງກ່າວ​ເກີດ​ຂຶ້ນ​ພາຍຫຼັງ​ການ​ນຳ ສປປ ​ເກົ​າຫຼີ Kim Jong Un ອອກ​ຄຳ​ສັ່ງ​ດຳ​ເນີນ​ບັນດາ​ເຫດ​​ໂທດ​ລອງ​ນິວ​ເຄຼຍ ​ແລະ ຫົວ​ລູກ​ສອນ​ໄຟ​ນິວ​ເຄຼຍພຽງ 2, 3 ວັນ. ປະຈຸ​ບັນ, ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ​ໃນ​ແຫຼມ ​ເກົາຫຼີ ດ​້ວຍ​ເລື່ອງ ພຽງ​ຢາງ ສືບ​ຕໍ່​ທ້າ​ທາຍ​ມະຕິ​ລົງ​ໂທດ​ຫຼ້າ​ສຸດ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ, ​​ເຊິ່ງໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ຕົ້ນ​ເດືອນ​ນີ້ ​ເພື່ອ​ແນ​ໃສ່​ໂຕ້​ຕອບ​​ເລື່ອງ ສປປ ​ເກົາຫຼີ ​ໂທດ​ລອງ ນິວ​ເຄຼຍ ​ແລະ ຍິງ​ດາວ​ທຽ​ມ ​ເຊິ່ງຝ່າຍ​ຕາ​ເວັນ​ຕົກ ຖື​ວ່ານັ້ນ​ແມ່ນ​ເຫ​ດ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ເມື່ອ​​ເດືອນ​ກ່ອນ. ​ໃນ​ການ​ກະທຳ​ທີ່ກ່ຽວຂ້ອງ, ອາ​ເມ​ລິ​ກາ, ສ. ​ເກົາຫຼີ ​ໄດ້​ປະກາດຄຳ​ສັ່ງ​ຈັດ​ວາງບັນດາ​ມາດ​ຕະການ​ລົງ​ທົດພຽງ​ລ​ຳພັງ​ຝ່າຍ​ດຽວ​ຕ້ານ ສປປ ​ເກົາຫຼີ ​​ແນ​ໃສ່​ຂະ​ແໜງ​ເສດຖະກິດ​ຂອງ​ປະ​ເທດ​ນີ້.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 17/3, ລັດ​ເຊຍ ​​ແລະ ຈີນ ​ກໍ່ອອກສຽງ​ຄັດຄ້ານ​ບັນດາ​ມາດ​ຕະການ​​ລົງ​ໂທດ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ ອາ​ເມ​ລິ​ກາ ຕ້ານ​ຄືນ ສປປ ​ເກົາຫຼີ.


ຂ່າວ/ບົດ​ອື່ນ