ສປປ.ເກົາຫຼີຕຳໜິຕິຕຽນອາເມລິກາແລະສ.ເກົາຫຼີຈັດການຊ້ອມຮົບຮ່ວມ

ສປປ.ເກົາຫຼີຕຳໜິຕິຕຽນອາເມລິກາແລະສ.ເກົາຫຼີຈັດການຊ້ອມຮົບຮ່ວມ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun-hye
ໃນ​ກອ​ງ​ປະ​ຊຸມ​​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ
(ພາບ: EPA/TTXVN)

(vovworld) - ​​ວັນ​ທີ 21/08, ສ​ປ​ປ.ເກົາ​ຫຼີ​ ໄດ້ຕຳ​ໜິ​ຕິ​ຕຽນ​ການ​ຊ້ອມ​ຮົບ​ຮ່ວ​ມ “ຜູ້​ຮັກ​ສາ​ຄວາມ​ເສ​ລ​ີ Ulchi” ຈະ​ມາ​ເຖິງ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ສ.ເກົາ​ຫຼີ, ຖືນີ້​ແມ່ນ​ມາດ​ຕະ​ການໃຊ້​ກຳ​ລັງ​ອາ​ວຸດ ແລະ ແມ່ນ​ການກະ​ທຳ​ເກາະ​ຜິດ​. ສຳ​ນັກ​ຂ່າ​ວ​ສານ​ສູນ​ກາງສ​ປ​ປ.ເກົາ​ຫຼີ KCNA ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ສັນ​ຕິ​ພາບ​ຄືນ​ໃໝ່​ສ​ປ​ປ.ເກົາ​ຫຼີ ຊີ້​ແຈ້ງວ່າ, ການ​ຊ້ອມ​ຮົບ​ຮ່ວມແມ່ນ​ການ​ເກາະ​ຜິດ​ທີ່​ໃຫຍ່​ຫຼ​ວງ​ໃຫ້​​ແກ່ສົງ​ຄາມ​ນິວ​ເຄຼຍ ຕ້ານ​ຄືນ​ສ​ປ​ປ.ເກົາ​ຫຼີ ເພື່ອ​ແນ​ໃສ່​ລະ​ເມີດ​ອະ​ທິ​ປະ​ໄຕ ແລະ ລະ​ເມີດ​ບັນ​ດາ​ສິດ​ພຶ້ນ​ຖານ​ຂອງ​ປະ​ຊາ​ຊົນ​ສ​ປ​ປ.ເກົາ​ຫຼີ. ອາ​ເມ​ລິ​ກາ ແລະ ສ.ເກົາ​ຫຼີ ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ “ຜູ້​ຮັກ​ສາ​ຄວາມ​ເສ​ລ​ີ Ulchi” ໃນ​ວັນ​ທີ 22/08.

ຂ່າວ/ບົດ​ອື່ນ