ສປປເກົາຫລີປະກາດvideoເຫດຍິງລູກສອນໄຟ

ສປປເກົາຫລີປະກາດvideoເຫດຍິງລູກສອນໄຟ - ảnh 1

(vovworld)-  ວັນ​ທີ 13/2, ວິ​ທະ​ຍຸ​ກະ​ຈາຍ​ສຽງ ໂທ​ລະ​ພາບ ສູນ​ກາງ ສ​ປ​ປ ເກົາ​ຫລີ ໄດ້​ແຜ່​​ພາບvideo​ກ່ຽວ​ກັບ​ເຫດ​ຍິງ​ລູກ​ສອນ​ໄຟ​ຫນ້າ​ດິນ​ຕ້ານ​ດິນ Pukguksong – 2 ຊື່ງ​ພຽງ​ຢາງ​ປະ​ຕ​ິ​ບັດ​ກ່ອນນັ້ນມື້​ຫນຶ່ງ​. ບັນ​ດາ​ຮູບ​ພາບ​ດັ່ງ​ກ່າວ​ໃຫ້​ເຫັນ​ວ່າ: ລູກ​ສອນ​ໄຟ​ຖືກ​​ຍິງຈາກ​ຫນຶ່ງ​ໃນ​ບັນ​ດາ​​ຖານ​ຍິງ​ລູກ​ສອນ​ໄຟ​ທີ່​ຫາ​ກໍ​ໄດ​້​ຮັບ​ກາ​ນ​ພັດ​ທະ​ນາ​ກ່ອນ​ທີ່​ຍິງ​ຂຶ້ນ. ຕ​າມ​ສະ​ພາ​ເສ​ນາ​ທິ​ການ​ທະ​ຫານ​ປະ​ສົມ ສ​ເກົາ​ຫລີ ແລ້ວ, ລູກ​ສອນ​ໄຟ​ນຳ​ວິ​ຖີ​ດັ່ງ​ກ່າວ​ຖືກ​ຍິງ​ຈາກ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Banghyon ຂຶ້ນ​ກັບ​ທິດ​ເຫນຶອ​ແຂວງ Pyongan, ທາງ​ທິດ​ຕາ​ເວັນ​ຕົກ ສ​ປ​ປ ເກົາ​ຫລີ ແລະ ບິນ​ສູ່​ ທິດ​ຕາ​ເວັນ​ອອກໄດ້​​ໄລ​ຍະ​ທາງປະ​ມານ 500 ກີໂລ​ແມັດ  ກ່ອນ​ທີ່​ຕົກ​ໃສ່​ທະ​ເລ​ຍີ່​ປຸ່ນ. ໃນ​ຂະ​ນະ​ນັ້ນ ສ​ປ​ປ ເກົາ​ຫລີ ຖະ​ແຫລງວ່າ ລູກ​ສອນ​ໄຟ​ປະ​ເພດ​ດັ່ງ​ກ່າວ​ນຳ​ໃຊ້​ເຊື້ອ​ເພິງ​ແຂງ, ອະ​ນຸ​ຍາດ​ໃຫ້​ພຽງ​ຢາງ​ຍິງ​ລູກ​ສອນ​ໄຟ​ໂດຍ​ບັງ​ເອີນ ຊື່ງ ເຊີອູນ ແລະ ວໍ​ຊິງ​ຕັນ ຍາກ​ທີ່​ຈະ​​ພົບ​ເຫັນ​ກ່ອນໄດ້​ ​.

ໃນ​ວັນ​ດຽວ​ກັນ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮຽງ​ໂຮມ​ການ​ປະ​ຊຸມ​ດ່ວນ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ວິ​ຖີຄັ້ງ​ຫລ້າ​ສຸດ​ຂອງ ສ​ປ​ປ ເກົາ​ຫລີ. ສິ້ນ​ສຸດ​ການ​ປະ​ຊຸມ​ລັບ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ມີ​ສິດ​ອຳ​ນາດ​ສູງ​ສຸດ​ຂອງ ສ​ປ​ຊ ໄດ້​ເຫັນ​ດີ​ກ່າວ​ປະ​ນາມ​ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ ພ້ອມ​ທັງ ກ່າວ​ເຕືອນ​ຈະ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງ ສຳ​ລັບ​ພຽງ​ຢາງ. 


ຕອບກັບ

ຂ່າວ/ບົດ​ອື່ນ