ສປປເກົາຫລີເລັ່ງລັດສເກົາຫລີເລີ່ມປະຕິບັດບັນດາໂຄງການເສດຖະກິດຂ້າມຊາຍແດນ

(VOVWORLD) -ວັນທີ 20 ມັງກອນ, ບັນດາສຳນັກສື່ສານຂອງ ສປປ ເກົາຫລີ ໄດ້ເລັ່ງລັດ ສເກົາຫລີ ບໍ່ຄວນສົນໃຈເຖິງຫາງສຽງພາຍນອກ ແລະ ຈົ່ງມີການກະທຳເພື່ອເລີ່ມປະຕິບັດ 2 ໂຄງການຮ່ວມມືດ້ານເສດຖະກິດຂ້າມຊາຍແດນຄືນໃຫມ່ ຊື່ງຖືກຢຸດສະຫງັກ ຕາມຄຳຮຽກຮ້ອງຂອງການນຳ ສປປ ເກົາຫລີ. 

ຫນ້າເວັບໂຄສະນາຂອງ ສປປ ເກົາຫລີ DPPK Today ໄດ້ກ່າວຫາ ສເກົາຫລີ ມີການກະທຳບໍ່ເຖິງຖອງສຳລັບຄຳຮຽກຮ້ອງຂອງທ່ານ Kim Jong Un ກ່ຽວກັບເລື່ອງເປີດປະຕູກຸ່ມອຸດສາຫະກຳລະຫວ່າງສປປເກົາຫລີ ແລະ ສເກົາຫລີ ຢູ່ນະຄອນຊາຍແດນ Keasong ຂອງສປປ ເກົາຫລີ ຄືນໃຫມ່ ແລະ ເຊື່ອມຕໍ່ລາຍການທ່ອງທ່ຽວເຖິງພູ Kumgang ຂອງປະເທດນີ້.

ໃນຂະນະນັ້ນ    ຫນັງສືພິມລາຍສັບປະດາ Tongil Sinbo ກໍ່ມີທັດສະນະເຊັ່ນດຽວກັນ. ຫນັງສືພິມນີ້ໄດ້ຮຽກຮ້ອງ ສເກົາຫລີ ຕ້ອງມີຄຳຕອບຢ່າງຈະແຈ້ງກ່ຽວກັບຄຳຮຽກຮ້ອງດັ່ງກ່າວຂອງທ່ານ   Kim Jong Un.            

ຕອບກັບ

ຂ່າວ/ບົດ​ອື່ນ