ສປປເກົາຫຼີອອກຄຳສັ່ງຕັດການຕິດຕໍດ້ານການທະຫານທັງໝົດກັບ ສເກົາຫຼີ

ສປປເກົາຫຼີອອກຄຳສັ່ງຕັດການຕິດຕໍດ້ານການທະຫານທັງໝົດກັບ ສເກົາຫຼີ - ảnh 1

ສປປ​ເກົາຫຼີ​ຕັດ​ການ​ຕິດ​ຕໍ​ດ້ານ​ການທະຫານ​ທັງ​ໝົດກັບ ສ​ເກົາຫຼີຢ່າງເປັນທາງການ
(ພາບ: ອິນເຕີແນດ)

(vovworld) - ພາຍຫຼັງ​ອອກ​ຄຳ​ສັ່ງ​ໃຫ້​ພົນລະ​ເມືອງ ສ​ເກົາຫຼີ​ ທຸກ​ຄົນ​ຕ້ອງ​ຖອນ​ອອກ​ຈາກ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ກ່ອນ​ເວລາ 17 ​ໂມງ (​ເວລາ ສປປ​ເກົາຫຼີ), ວັນ​ທີ 12/2, ພຽງ​ຢາງ ກໍ່​ຖະ​ແຫຼ​ງຈະຕັດ​ການ​ຕິດ​ຕໍ​ດ້ານ​ການທະຫານ​ທັງ​ໝົດກັບ ສ​ເກົາຫຼີ. ສປປ ​ເກົາຫຼ ີ​ກໍ່​ຕິດປະກາດ ​ແລະ ຕີ​ກາ​ໃສ່​ຊັບ​ສົມບັດ​ ​ແລະ ອຸປະກອນທັງ​ໝົດຂອງ​ຝ່າຍ ສ​ເກົາຫຼີ ຢູ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong, ທັງ​ຫັນ​ເຂດ​ນີ້​ເປັນ​ເຂດ​ການທະຫານ.

ການ​ກະທຳ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ, ພາຍຫຼັງ​ທີ່ ສ​ເກົາຫຼີ ຖະ​ແຫຼ​ງຢຸດຕິ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຢູ່ ເຂດ​ອຸດສາຫະກຳ​ຮ່ວມ Kaesong, ​ເຊິ່ງຖືກ​ຖື​ວ່າ​ແມ່ນ​ສັນຍາ​ລັກ​ສຸດ​ທ້າຍຂອງ​ວິວັດທະນາ​ການ​ໄກ່​ເກ່ຍລະ​ຫວ່າງ ສປປ​ເກົາຫຼີ ​ແລະ ສ​ເກົາຫຼີ ພຽງ 1 ວັນ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ