ສຸມກໍາລັງແຮງຜັນຂະຫຍາຍໂຄງການລ້າງທາດພິດສີສົ້ມດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ ໂດຍໄວ

(VOVWORLD) -ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ຈາກສົງຄາມ ແມ່ນໜ້າທີ່ສໍາຄັນຂອງທັງລະບົບການເມືອງ, ໂດຍສະແດງໃຫ້ເຫັນລັກສະນະມະນຸດສະທໍາ
ສຸມກໍາລັງແຮງຜັນຂະຫຍາຍໂຄງການລ້າງທາດພິດສີສົ້ມດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ ໂດຍໄວ - ảnh 1 ທ່ານພົນເອກ ໂງຊວນລີກ ຮັບຟັງບົດລາຍງານກ່ຽວກັບຂັ້ນຕອນປະຕິບັດການລ້າງທາດພິດສີສົ້ມດີໂອຊີນ (ພາບ: hcmcpv.org.vn)

ຕອນເຊົ້າວັນທີ 15 ກຸມພາ, ທ່ານພົນເອກ ໂງຊວນລີກ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ກັບ ຄະນະຄຸ້ມຄອງ ໂຄງການລ້າງທາດພິດສີສົ້ມ ດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ ແຂວງດົ່ງນາຍ ເຊິ່ງເປັນສະຖານທີ່ ກ່ອນນີ້ ກອງທັບ ອາເມລິກາ ໄດ້ນໍາໃຊ້ເພື່ອເກັບໄວ້ທາດພິດສີສົ້ມ ດີໂອຊີນ ກ່ອນທີ່ ເອົາຂຶ້ນຍົນໄປສິດລົງດິນແດນຢູ່ຫວຽດນາມ. ປັດຈຸບັນ  ແມ່ນສະຖານທີ່ທີ່ເປັນມົນລະພິດຈາກທາດພິດສີສົ້ມ ດີໂອຊີນ ໜັກໜ່ວງກ່ອນໝູ່ຢູ່ຫວຽດນາມ ດ້ວຍເນື້ອທີ່ເປັນພິດຂຶ້ນເຖິງ 52 ha.

        ທີ່ການເຮັດວຽກ, ທ່ານພົນເອກ ໂງຊວນລີກ ເນັ້ນໜັກວ່່າ ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ຈາກສົງຄາມ ແມ່ນໜ້າທີ່ສໍາຄັນຂອງທັງລະບົບການເມືອງ, ໂດຍສະແດງໃຫ້ເຫັນລັກສະນະມະນຸດສະທໍາ, ທີ່ເລິກເຊິ່ງ ແລະ ຊຸກຍູ້ການພັດທະນາເສດຖະກິດສັງດຄົມ.

        ກ່ອນໜ້ານັ້ນ, ທ່ານພົນເອກ ໂງຊວນລີກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ນັກຮົບ ກອງພັນໃຫຍ່ 935, ກອງພົນ 370, ເຫຼົ່າທັບປ້ອງກັນອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ