ສົມທົບກັນໂຄສະນາຂໍ້ມູນຂ່າວການຕ່າງປະເທດ

ສົມທົບກັນໂຄສະນາຂໍ້ມູນຂ່າວການຕ່າງປະເທດ - ảnh 1
ພາບ: ແອ໋ງຮ່ວຽນ

(vovworld) – ຕອນ​ບ່າຍ​ວັນ​ທີ 21/6, ທີ່​ສຳນັກງານ​ຄະນະ​ໂຄສະນາ​ສຶກສາ​ສູ​ນກາງ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ຄະນະ​ຊີ້​ນຳ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຫົວໜ້າ​ບັນ​ດາ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ອາຍຸ​ການ 2016 – 2019. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫວໍ​ວັນ​ເຖືອ​ງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເນັ້ນ​ໜັກ​ວ່າ:

        “ຜົນສຳ​ເລັດ​​ຜ່ານ​ມາ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ຜ່ານ​ຜ່າບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່. ມະຕິ​ກອງ​ປະຊຸມ​​ໃຫຍ່ພັກ​ຄັ້ງ​ທີ 12 ຜ່ານ​ມາ​ກໍ່​ຊີ້​ແຈ້ງ​ບັນດາ​ການ​ຜັນ​ແປ​ສັບສົນ​ທີ່​ສຸດຢູ່​ພາກ​ພື້ນ ​ແລະ ​ໂລກ ​ໃນ​ໄລຍະ​ຈະ​ມາ​ເຖິງ​ອັນ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ແນວ​ໂຮມ​ດ້ານ​​ເສດຖະກິດ, ການ​ເມືອງ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງປະ​ເທດ​ຕ້ອງ​ມີ​ຄວາມມາ​ນະ​ພະຍາຍາມ​ກ່ວາ​ອີກ. ສິ່ງ​ດັ່ງກ່າວ​ກໍ່​ຮຽກຮ້ອງ​ຫົວໜ້າ​ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ຕ້ອງມານະ​ພະຍາຍາມກ່ວາ​ອີກ​ເພື່ອ​ຕອບ​ສະໜອງ​ຄວາມ​ລໍຄອຍ​ຂອງ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ