ສົມທົບວຽກງານສື່ສານການຕ່າງປະເທດຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ

ສົມທົບວຽກງານສື່ສານການຕ່າງປະເທດຂອງບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ - ảnh 1

(ພາບປະກອບ)

(vovworld) - ວັນ​ທີ 11/8, ຢູ່​ສຳນັກງານກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ກັບ​ຕ່າງປະ​ເທ​ດສູ​ນກາງ​ພັກ ​ແລະ ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ລົງ​ນາມ​ໃນ​ຂໍ້​ຕົກລົງ​ສົມທົບ​ກັນ​​ໃນ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ. ຂໍ້​ຕົກລົງ​ໄດ້​ຮັບ​ການ​ລົງ​ນາມ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວກັບ​ແຜນ​ຮ່າງ “ຍົກ​ສູງ​ປະສິດ​ທິຜົນ​ວຽກ​ງານ​ສື​ສານ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ເຖິງ​ປີ 2020“, ຕາມ​ຂໍ້​ຕົກລົງ​ແລ້ວ, ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພົວພັນ​ກັບ​ຕ່າງປະ​ເທ​ດສູ​ນກາງ​ພັກ ​ແລະ ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ຈະ​ເພີ່ມ​ທະວີ​ການ​ສະໜອງ​ຂໍ້​ມູນ​ຂ່າວ, ກຳນົດ​ທິດ​ໃຫ້​ບັນດາອົງການ​ຕາງໜ້າ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຫາງ​ສຽງ​ສົນ​ໃຈ; ໜູນ​ຊ່ວຍອົງການ​ຕາງໜ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ, ສົ່ງ​ເສີມ, ​ໂຄສະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ການ​ສື່ສານ, ​ໂຄສະນາ​ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ, ປະຊາຊົນ​ຢູ່​ຕ່າງປະ​ເທດ. ຂໍ້​ຕົກລົງ​ນີ້ ກໍ່​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ເຊື່ອມ​ຕໍ່​ຂອງ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ພັກ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ກັບ​ຄູ່​ຮ່ວມ​ມື​ຕ່າງໆ​ຢູ່​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ