ສື່ມວນຊົນ ມາເລເຊຍ ຕີລາຄາຢ່າງຕັ້ງຫນ້າ ກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ A.Ibrahim

(VOVWORLD) -ໃນສອງວັນຄື ວັນທີ 22, 23 ກໍລະກົດ, ສື່ມວນຊົນ ແລະ ບັນດາພາຫະນະສື່ສານຂອງ ມາເລເຊຍ ໄດ້ຕີລາຄາຢ່າງຕັ້ງຫນ້າກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ ແຕ່ວັນທີ 20 – 21 ກໍລະກົດ.

ສື່ມວນຊົນ ມາເລເຊຍ ຕີລາຄາຢ່າງຕັ້ງຫນ້າ ກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ A.Ibrahim - ảnh 1ການພົບປະສົນທະນາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ ແລະ ມາເລເຊຍ ໃນຂອບເຂດການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ. ພາບ: VOV

ບັນດາສື່ມວນຊົນໃຫຍ່ຂອງ ມາເລເຊຍຄື: New Straits Times, The Star, Malaysia Mail ຫລື Malaysia Today ລ້ວນແຕ່ລົງບົດຂຽນໃນຫນ້າທຳອິດດ້ວຍຫົວຂໍ້ເປັນຫນ້າສົນໃຈ ພ້ອມກັບບັນດາຮູບພາບສະຫນິດສະຫນົມລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢູ່ ຖະຫນົນປື້ມ ຮ່າໂນ້ຍ ເມື່ອວັນທີ 21 ກໍລະກົດ.

          New Straits Times ລົງບົດຂຽນດ້ວຍຫົວຂໍ້: “ 5 ທົດສະວັດແຫ່ງການພົວພັນດ້ານການທູດ: ທ່ານນາຍົກລັດຖະມົນຕີ Anwar ຊອກຫາການພົວພັນອັນດີງາມກວ່າ ຈາກ ຫວຽດນາມ”, ໃນຂະນະນັ້ນ The Star ລົງບົດຂຽນດ້ວຍຫົວຂໍ້ວ່າ: “ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Anwar ເພື່ອແນໃສ່ປັບປຸງສາຍພົວພັນ ແລະ ເປີດກວ້າງການຮ່ວມມື”, “ນາຍົກລັດຖະມົນຕີ Anwar: ມາເລເຊຍ ອາດສາມາດຮ່ຳຮຽນເອົາບົດຮຽນການພັດທະນາປະເທດຊາດຈາກ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ