ສື່ມວນຊົນ ສປປ.ເກົາຫຼີ ກະຕຸກຊຸກຍູ້ ອາເມລິກາ ມີເຈດຕະນາດີ

(VOVWORLD) - ວັນທີ 07 ມັງກອນ, ເວັບໄຊ Meari ຂອງ ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ອາເມລິກາ ມີບັນດາການກະທຳເໝາະສົມກັບ “ບັນດາມາດຕະການທີ່ຈິງໃຈ” 

ເຊິ່ງພຽງຢາງ ໄດ້ຍົກອອກມາເພື່ອມຸ່ງໄປເຖິງການປອດນິວເຄຼຍ ນັບແຕ່ພາຍຫລັງການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເມື່ອເດືອນ ມິຖຸນາ 2018.  ເວັບໄຊ Meari ຊີ້ແຈ້ງວ່າ ພຽງຢາງ ໄດ້ມີເຈດຕະນາດີກັບ ອາເມລິກາ ແລະ ປັດຈຸບັນແມ່ນຈຸດເວລາເພື່ອໃຫ້ ວໍຊິງຕັນ ມີບັນດາການຕອບຄືນທີ່ເໝາະສົມກັບບັນດາຄວາມມານະພະຍາຍາມນີ້. ເວັບໄຊ Meari ກໍ່ຖືວ່າ: ການເຈລະຈາປອດນິວເຄຼຍບໍ່ມີບາດກ້າວຄືບໜ້າຍ້ອນຄວາມຜິດຂອງ ອາເມລິກາ ແລະ ຮຽກຮ້ອງໃຫ້ຍູ້ໄວການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະສຸດຍອດເມື່ອເດືອນ ມິຖຸນາ 2018. ເວັບໄຊ Meari ກ່າວເຕືອນກ່ຽວກັບບັນດາຜົນຮ້າຍຢ້ອນຫລັງ ຖ້າຫາກ ວໍຊິງຕັນ ສືບຕໍ່ຮັກສາການລົງໂທດ ແລະ ເພີ່ມກຳລັງກົດດັນຕໍ່ ພຽງຢາງ ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ