ສື່ມວນຊົນ ສປປ.ເກົາຫຼີ ເນັ້ນໜັກເຖິງຄວາມໝາຍຂອງຖະແຫຼງການປະກາດສິ້ນສຸດສົງຄາມ ເກົາຫຼີ

(VOVWORLD) - ວັນທີ 23 ກໍລະກົດ, ບັນດາພາຫະນະສື່ມວນຊົນຂອງ ສປປ.ເກົາຫຼີ ໄດ້ເນັ້ນໜັກເຖິງບັນດາຄຳຮຽກຮ້ອງ ສ.ເກົາຫຼີ ປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ຢູ່ການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເພື່ອແນໃສ່ມຸ່ງໄປເຖິງເລື່ອງປະກາດສິ້ນສຸດສົງຄາມ ເກົາຫຼີ.
ສື່ມວນຊົນ ສປປ.ເກົາຫຼີ ເນັ້ນໜັກເຖິງຄວາມໝາຍຂອງຖະແຫຼງການປະກາດສິ້ນສຸດສົງຄາມ ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ສ.ເກົາຫຼິ  Moon Jae-in (ຂວາ)  ແລະ ການນຳ ສປປ.ເກົາຫຼີ Kim Jong-un. ພາບ: indiatvnews

ເວັບໄຊໂຄສະນາຕໍ່ຕ່າງປະເທດ Uriminzokkiri ຂອງ ສປປ.ເກົາຫຼີ ດ້ວຍພາສາອັງກິດ ໄດ້ຄັດສະເໜີບົດຂຽນ ໃນນັ້ນມີຕອນຂຽນວ່າ ເລື່ອງຖະແຫຼງປະກາດສິ້ນສຸດສົງຄາມ ເກົາຫຼີ ແມ່ນ “ໜ້າທີ່ປະຫວັດສາດ” ຊຶ່ງບໍ່ອາດໂຈະໄວ້ຕື່ມອີກແລ້ວ. ໃນຂະນະນັ້ນ, ເວັບໄຊໂຄສະນາ Meari ຂອງ ສປປ.ເກົາຫຼີ ກໍ່ກະຕຸກຊຸກຍູ້ອຳນາດການປົກຄອງ ເຊີອູນ ປະຕິບັດສ່ວນວຽກງານຂອງຕົນ ເພື່ອມຸ່ງໄປເຖິງການຖະແຫຼງປະກາດສິ້ນສຸດສົງຄາມ ເກົາຫຼີ. ເວັບໄຊດັ່ງກ່າວຖືວ່າ: ຂໍ້ຕົກລົງທີ່ບັນລຸໄດ້ຢູ່ການພົບປະສຸດຍອດລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ເມື່ອເດືອນ ເມສາ 2018 ນັ້ນຈະບໍ່ມີຄວາມໝາຍ ຖ້າຫາກອຳນາດການປົກຄອງ ສ.ເກົາຫຼີ ບໍ່ມີການກະທຳໃດອີກ.

ຕອບກັບ

ຂ່າວ/ບົດ​ອື່ນ