ສື່ມວນ​ຊົນ​ ອັງ​ກິດ ຕີ​ລາ​ຄາ​ສູງ​ລະ​ບົບ​ການ​ສຶກ​ສາ​ຂອງ ຫວຽດ​ນາມ

(VOVWORLD) - ພັກຄອມມຸນິດ ຫວຽດນາມ ກໍມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງການສຶກສາ ແລະ ຮັບປະກັນນະໂຍບາຍໄດ້ຮັບການດັດປັບ ເພື່ອອັດເດດຫຼັກສູດ ແລະ ມາດຕະຖານການສິດສອນ.
ສື່ມວນ​ຊົນ​ ອັງ​ກິດ ຕີ​ລາ​ຄາ​ສູງ​ລະ​ບົບ​ການ​ສຶກ​ສາ​ຂອງ ຫວຽດ​ນາມ - ảnh 1ໜັງສືພິມ the Economist ຂອງ ອັງກິດ ໄດ້ລົງພິມບົດຂຽນ ຍ້ອງຍໍຊົມເຊີຍລະບົບການສຶກສາຂອງ ຫວຽດນາມ (ພາບປະກອບ: giaoducthoidai.vn)

ຫວ່າງມໍ່ໆມານີ້, ໜັງສືພິມ the Economist ຂອງ ອັງກິດ ໄດ້ລົງພິມບົດຂຽນ ຍ້ອງຍໍຊົມເຊີຍລະບົບການສຶກສາຂອງ ຫວຽດນາມ ຍ້ອນລັດ ຫວຽດນາມ ເຊີດຊູຄູນຄ່າການສຶກສາ ແລະ ກຳລັງຄວາມສາມາດຂອງຄູອາຈານ.

        ຕາມບົດຂຽນດັ່ງກ່າວແລ້ວ, ນັກຮຽນ ຫວຽດນາມ ໄດ້ຮ່ຳຮຽນໃນລະບົບການສຶກສາທີ່ດີໃນໂລກ, ໂດຍໄດ້ສ່ອງແສງຜ່ານຜົນງານດີເດັ່ນໃນການແຂ່ງຂັນລະດັບສາກົນກ່ຽວກັບການອ່ານ, ຄະນິດສາດ ແລະ ວິທະຍາສາດ. ຂໍ້ມູນຫຼ້າສຸດຈາກທະນາຄານໂລກ ໄດ້ຊີ້ໃຫ້ເຫັນວ່າ ຄິດໄລ່ລວມຄະແນນການຮຽນທັງໝົດ, ນັກຮຽນ ຫວຽດນາມ ບໍ່ພຽງແຕ່ລື່ນກາຍບາງປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງເຫັນໄດ້ຊັດເທົ່ານັ້ນ ຫາກຍັງທຽບກັບນັກຮຽນຢູ່ບາງປະເທດພັດທະນາ ແລະ ຮັ່ງມີໃນໂລກອີກດ້ວຍ ເປັນຕົ້ນແມ່ນ ອັງກິດ ແລະ ການາດາ . ບົດຂຽນກໍໃຫ້ຂໍ້ສັງເກດວ່າ ໂຮງຮຽນຢູ່ ຫວຽດນາມ ບໍ່ຄືກັນກັບບັນດາປະເທດພວມພັດທະນາອື່ນ, ໂດຍມີການປັບປຸງຕາມໄລຍະເວລາ. ຄູອາຈານ ຫວຽດນາມ ກໍໄດ້ຮັບການຄຸ້ມຄອງທີ່ດີ, ໄດ້ຮັບການບຳລຸງສ້າງເປັນປະຈຳ ແລະ ສົ່ງເສີມໃຫ້ມີຫົວຄິດປະດິດສ້າງໃນການສິດສອນໃຫ້ນັບມື້ນັບດູດດື່ມກວ່າເກົ່າ.

        ຕາມບັດຂຽນດັ່ງກ່າວ, ພັກຄອມມຸນິດ ຫວຽດນາມ ກໍມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງເຖິງການສຶກສາ ແລະ ຮັບປະກັນນະໂຍບາຍໄດ້ຮັບການດັດປັບ ເພື່ອອັດເດດຫຼັກສູດ ແລະ ມາດຕະຖານການສິດສອນ.  ແຂວງຕ່າງໆກໍຮຽກຮ້ອງໃຫ້ຈັດແບ່ງ 20% ງົບປະມານເພື່ອຮັບໃຊ້ການສຶກສາ, ຊ່ວຍຮັບປະກັນຄວາມຍຸຕິທຳທາງຂົງເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ