ສື່ມວນຊົນ ອີນໂດເນເຊຍ ຕີລາຄາສູງທີ່ຕັ້ງບົດບາດໃໝ່ຂອງ ຫວຽດນາມ

(VOVWORLD) - ໜັງສືພີມ Jakarta Post  ສະບັບອອກຫຼ້າສຸດໄດ້ລົງພິມບົດວິເຄາະ ຂອງ ນັກປະພັນ Anjaiah ຕີລາຄາສູງທີ່ຕັ້ງບົດບາດ ຂອງ ຫວຽດນາມ ຜ່ານການຈັດຕັ້ງ ປີ APEC 2017. 

ບົດຂຽນມີຫົວຂໍ້ວ່າ “ທີ່ຕັ້ງບົດບາດໃໝ່ ຂອງ ຫວຽດນາມ ຜ່ານ ປີ APEC 2017” ໄດ້ເນັ້ນໜັກວ່າ ກອງປະຊຸມສຸດຍອດ ຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ຢູ່ ດ່າໜັງ ໄດ້ສຳເລັດຜົນຢ່າງຈົບງາມ; ພ້ອມທັງຕີລາຄາສູງວຽກງານຈັດຕັ້ງສັບປະດາຂັ້ນສູງ APEC  2017 ຂອງ ຫວຽດນາມ.

        ຕາມນັກປະພັນຂອງບົດຂຽນແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ພວມພັດທະນາຢ່າງແຮງ, ການເຄື່ອນໄຫວສົ່ງອອກເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນັ້ນ, ຫວຽດນາມ ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຢ່າງຕໍ່ເນື່ອງຍ້ອນມີຄຳໝັ້ນສັນຍາຢ່າງແຮງເຂົ້າໃນການຄ້າເສລີ: ໂລກາພິວັດ ແລະ ປະຕິຮູບເສດຖະກິດ. ຕາມບົກຂຽນແລ້ວ, ດ້ວຍລະດັບເຕີບໂຕເປັນໜ້າປະທັບໃຈ, ການສົ່ງອອກຂຶ້ນສູງ, ອັດຕາສ່ວນອຶດຫິວ, ທຸຸກຍາກຢູ່ໃນລະດັບຕ່ຳ ແລະ ການປະຕິຮູບເສດຖະກິດທີ່ບໍ່ເຄີຍມີມາ ຫວຽດນາມ ພວມພົ້ນເດັ່ນຂຶ້ນຢ່າງວ່ອງໄວຄືນັກລົງທຶນທົ່ວໂລກ ແລະ ແມ່ນ “ດາວດວງໃໝ່ຂອງ ອາຊີ”.

        ບົດຂຽນຖືວ່າ ນັບແຕ່ເມື່ອເຂົ້າເປັນສະມາຊິກ ປີ APEC ໃນ ປີ 1998, ຫວຽດນາມ ຮັບຮູ້ຄວາມສຳຄັນຍຸດທະສາດ ຂອງ APEC ນັບແຕ່ໄລຍະຕົ້ນ ແລະ ປາດຖະໜາຢາກເຂົ້າຮ່ວມ ກໍ່ຄືປະກອບສ່ວນໃຫ້ອົງການຈັດຕັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ