ສື່ມວນ​ຊົນ ເຢຍ​ລະ​ມັນ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ

(VOVWORLD) -ເວັບໄຊການເງິນ ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ກໍຄືອັບເດດສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ໃນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.
ສື່ມວນ​ຊົນ ເຢຍ​ລະ​ມັນ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເປັນ​ຢ່າງ​ດີ - ảnh 1(ພາບປະກອບ: TTXVN)

ວັນທີ 19 ພຶດສະພາ, ເວັບໄຊການເງິນ (Finanznachrichten) ຂອງ ເຢຍລະມັນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ກໍຄືອັບເດດສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ໃນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.

        ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງນັກຊ່ຽວຊານ ອົງການການຄ້າ ແລະ ລົງທຶນ ເຢຍລະມັນ ປະຈຳ ຫວຽດນາມ, ທ່ານນາງ Frauke Schimitz – Bauerdick ໂດຍໃຫ້ຮູ້ວ່າ ວົງການນັກສັງເກດການເຊື່ອໝັ້ນວ່າ ຫວຽດນາມ ພວມຄວບຄຸມການແຜ່ລະບາດຄັ້ງໃໝ່ນີ້ໄດ້ເປັນຢ່າງດີ ແລະ ສາມາດສືບຕໍ່ປະຕິບັດບັນດາຍຸດທະສາດຂອງຕົນ, ໂດຍສະເພາະແມ່ນກ່ຽວກັບຂົງເຂດເສດຖະກິດ ຜ່ານການຄວບຄຸມໂລກລະບາດໄດ້ເປັນຢ່າງດີ.

        ໃນຂະນະນັ້ນ, ໜັງສືພິມການຄ້າ (Handelsblatt) ຂອງ ເຢຍລະມັນ ຫາກໍມີບົດຂຽນຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ ກັບບັນດານັກລົງທຶນຕ່າງປະເທດ. ຕາມບົດຂຽນດັ່ງກ່າວແລ້ວ, ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຄື ຫວຽດນາມ ພວມດຶງດູດບັນດານັກລົງທຶນຍ້ອນມີກຳໄລຫຼາຍ. ຫວຽດນາມ ມີຄວາມດູດດື່ມ ຍ້ອນວ່າມີຄວາມບົ່ມຊ້ອນຫຼາຍຢ່າງສຳລັບບັນດານັກລົງທຶນ, ໂດຍສະເພາະແມ່ນລົງທຶນກ່ຽວກັບໃບຫຸ້ນ ແລະ ພັນທະບັດ.


ຕອບກັບ

ຂ່າວ/ບົດ​ອື່ນ