ສື່​ມວນ​ຊົນ​ຕ່າງ​ປະ​ເທດ​​ສະ​ແດງ​ຄວາມປະ​ທັບ​ໃຈ​ຕໍ່​ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020

(VOVWORLD) -  ສຳນັກຂ່າວສານ Reuters ຂອງ ອັງກິດໄດ້ຖືວ່າ RCEP ແມ່ນໜຶ່ງໃນບັນດາໝາກຜົນທີ່ໄດ້ຮັບການລໍຄອຍທີ່ສຸດຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37.
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​​ສະ​ແດງ​ຄວາມປະ​ທັບ​ໃຈ​ຕໍ່​ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020 - ảnh 1 ການນຳອາຊຽນ ແລະ ບັນດາຄູ່ຮ່ວມມືລົງນາມເຂົ້າໃນສັນຍາ RCEP 

ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.

        ສຳນັກຂ່າວສານ Reuters ຂອງ ອັງກິດໄດ້ຖືວ່າ RCEP ແມ່ນໜຶ່ງໃນບັນດາໝາກຜົນທີ່ໄດ້ຮັບການລໍຄອຍທີ່ສຸດຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37.

        ໃນຂະນະນັ້ນ, ໜັງສືພິມ Khmer Times ຂອງ ກຳປູເຈຍສະບັບອອກ ວັນທີ 16 ພະຈິກ ໄດ້ໃຫ້ຂໍ້ສັງເກດວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ອາຊຽນ. ການເລືອກເອົາ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໃຫ້ແກ່ປີເປັນປະທານອາຊຽນ 2020 ໄດ້ສະແດງໃຫ້ເຫັນຄວາມປາດຖະໜາວ່າ ຫວຽດນາມ ຢາກຮັບປະກັນອາຊຽນທີ່ເປັນເອກະພາບ, ສາມາດຢືນຢູ່ຢ່າງໝັ້ນຄົງ ຢູ່ຕໍ່ໜ້າຜົນກະທົບຂອງສະພາບການສາກົນ.

        ສ່ວນສຳນັກຂ່າວສານ Sputnik ໄດ້ຕີລາຄາວ່າ ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ, ດ້ວຍການກະກຽມທີ່ລອບຄອບຖີ່ຖ້ວນ, ເລືອກເອົາໄດ້ເປົ້າໝາຍ ແລະ ບຸລິມະສິດ, ສ້າງຂີດໝາຍສຳຄັນຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ