ສື່ມວນຊົນຕ່າງປະເທດໃຫ້ຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ປົດປ່ອຍພາກໃຕ້ ຫວຽດນາມ

ສື່ມວນຊົນຕ່າງປະເທດໃຫ້ຂ່າວກ່ຽວກັບພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ປົດປ່ອຍພາກໃຕ້ ຫວຽດນາມ - ảnh 1
(ພາບປະກອບ: hiec.org.vn)

​(vovworld) –  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນປົດ​ປ່ອຍ​ພາກ​ໃຕ້ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/04/1975 – 30/04/2015), ບັນດາ​ໜັງສືພິມຂອງຝລັ່ງ ​ໄດ້​ລົງ​ພິມ​ບົດ​ຂຽນ​ກ່ຽວ​ກັບ​ເຫດການ​ສຳຄັນ​ນີ້ ​ແລະ ບັນດາ​ຜົນງານ​ຂອງ​ຫວຽດນາມ ພາຍຫຼັງ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ໜັງສື​ພິມ L’Humanite (ມະນຸດສະທຳ), ໜັງສືພິມ​ຂອງ​ພັກ​ກອມ​ມູນິດ​ຝລັ່ງ, ສະບັບ​ອອກ​ພິ​ເສດ​ກ່ຽວ​ກັບ​ໄຊຊະນະ​ວັນ​ທີ 30/04 ດ້ວຍ​ຫົວ​ຂໍ້​ວ່າ “30/04 - ຫວຽດນາມ ​ເອກະລາດ”. ໜັງສືພິມ​ສະບັບ​ພິ​ເສດ​ນີ້​ໄດ້​ລວບ​ລວມບັນດາ​ບົດ​ຂຽນ​ຍ້ອງຍໍ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ບັນດາ​ນັກ​ກອມ​ມູນິດ​ຫວຽດນາມ, ​ໄດ້​ປົດ​ປ່ອຍ​ໄຊ​ງ່ອນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ກໍ່​ເນື່ອງ​ໃນ​ໂອກາດ​ນີ້, ທູດ​ພິ​ເສດ​ຂອງໜັງສືພິມ Le Monde (​ໂລກ) ປະຈຳ​ນະຄອນ​ໂຮ່ຈິ​ມິນ, ທ່ານ Bruno Philip, ​ໄດ້​ມີ​ບົດ​ຂຽນ​ຫວນ​ຄືນ​ໄລຍະ​ປະຫວັດສາດ​ຂອງ​ວັດ​ປົດ​ປ່ອຍ​ພາກ​ໃຕ້. ມີບາງ​ຊ່ອງ​ໂທລະພາບ​ຄື: Arte, TV5, Euronew ພາສາ​ຝລັ່ງ, ສຳນັກ​ຂ່າວສານ AFP… ກໍ່​ສະຫງວນ​ເວລາ​ເພື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ​ໄຊຊະນະວັນ​ທີ 30/04 ​ແລະ ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ສົງຄາມ ​ແລະ ສະພາບການ​ຢູ່ຫວຽດນາມ ​ໃນ​ປະຈຸ​ບັນ.

        ​ໃນ​ລະຫວ່າງ​ວັນ​ທີ 30/04  ​ແລະ 01/05, ໜັງສືພິມ​ໄທ ກໍ່​ລົງ​ພິມ​ບົດ, ຮູບພາບ​ກ່ຽວ​ກັບພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນປົດ​ປ່ອຍ​ພາກ​ໃຕ້ຫວຽດນາມ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ