ສື່ມວນຊົນປະກອບສ່ວນຢ່າງເໝາະສົມເຂົ້າພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ປະເທດຊາດ

ສື່ມວນຊົນປະກອບສ່ວນຢ່າງເໝາະສົມເຂົ້າພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພັກ ແລະ ປະເທດຊາດ - ảnh 1
ພິທີ​ມອບ​ລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7
(ພາບ: Việt Dũng)

(vovworld) - ​ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ​ສື່ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 7 ​ແລະ ສະ​ເຫຼມສະຫຼອງ 88 ປີ​ແຫ່ງ​ວັນ​ສື່ມວນ​ຊົນ​ປະຕິວັດ ຫວຽດນາມ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 21/6 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ນັບ​ແຕ່​ວັນ​ທີ 21/6/1925, ວັນ​ຜູ້ນຳ ຫງວຽນ​ອ໋າຍກວັກ ພິມ​ຈຳໜ່າຍ​ໜັງສືພິມ​ແທງ​ນຽນ​ (ຊາວ​ໜຸ່ມ), ​ເຊິ່ງ​ແມ່ນ​ໜັງສືພິມສະບັບ​ເລີ່​ມຕົ້ນ​ໃຫ້​ແກ່​ພື້ນຖານ​ສື່ມວນ​ຊົນປະຕິວັດ ຫວຽດນາມ, ມາ​ຮອດ​ປະ​ຈຸ​ບັນ, ກຳລັງ​ສື່ມວນ​ຊົນ​ປະຕິວັດ ຫວຽດນາມ ​ເຂັ້​ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດປະຕິ​ວັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ ​ແລະ ປະ​ເທດ​ຊາດ.

    ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂຄສະນາ​ໃນ​ສະພາບ​ການ​ໃໝ່, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ ສື່ມວນ​ຊົນ​ຕ້ອງ​ສືບ​ຕໍ່​ໂຄສະນາ​ເລື່ອງ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ, ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ມາດ​ຕະການ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ, ປ່ຽນ​ໃໝ່​ວຽກ​ງານ​ໂຄ​ສະນາ​ເຜິ​ຍ​ແຜ່ ​ແລະ ຍົກ​ສູງ​ເລື່ອງ​ສືບ​ຕໍ່​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະ​ທານ ​ໂຮ່ຈີ​ມິນ ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

“ສື່ມວນ​ຊົນ​ຕ້ອງ​ປະຕິບັດ​ການ​ຄົ້ນພົ້ນ​ ​ແລະ ຕຳ​ນິວິຈານ​ປະກົດ​ການຫຍໍ້​ທໍ້, ອາດຍາ​ສິດສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ ​ແລະ ບັນດາ​ໄພ​ສັງຄົມ​ໃຫ້​ດີ​ກ່ວາ​ອີກ, ຊັດ​​ເຈນ​ກ່ວາ​ອີກ, ປະກອບສ່ວນ​ຕັ້ງໜ້າ​​ເຂົ້າ​ໃນ​ການສະກັດ​ກັ້ນ ​ແລະ ຍູ້​ໃຫ້​ສະພາບ​ການ​ຊຸດ​ໂຊມ​​ແນວ​ຄິດ​ການ​ເມືອງ ​ແລະ ​ແບບ​ແຜນການ​ດຳລົງ​ຊີວິດໃຫ້​ຖອຍ​ໄປ. ຍາມ​ໃດສື່​ມວນ​ຊົນກໍ່​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ, ສຳ​ຄັນ​ໃນ​ການ​ຕໍ່ສູ້​ຄັດຄ້ານ​ບັນດາ​ທັດສະນະ, ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຜິດ​ເຂ​ວ, ​ຕູ່​ຫາ, ​ເສກສັນ​ປັ້ນ​ແຕ່ງສະພາບ​ການຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ບັນດາ​ຂໍ້​ມູນ​ຂ່າວ​ເຮັດ​ໃຫ້​ສະພາບ​ການ​ສັບສົນ ​ແລະ ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່ປະ​ເທດ​ຊາດ.”

ປີ​ນີ້, ສະພາ​ມອບລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ ປີ 2012 ​ໄດ້​ມອບລາງວັນ​ໃຫ້ 117 ບົດ​ປະພັນ​ດີ​ເດັ່ນ. ​ໃນ​ນັ້ນ VOV ມີ ບົດ​ປະພັນ 2 ບົດ​ໄດ້​ຮັບ​ລາງວັນ A.

ຂ່າວ/ບົດ​ອື່ນ