ສື່ມວນຊົນລັດເຊຍ ຊົມເຊີຍຜົນງານ ຂອງຫວຽດນາມ ພາຍຫຼັງເຂົ້າເປັນ ສະມາຊິກອົງການ WTO

ສື່ມວນຊົນລັດເຊຍ ຊົມເຊີຍຜົນງານ ຂອງຫວຽດນາມ ພາຍຫຼັງເຂົ້າເປັນ ສະມາຊິກອົງການ WTO - ảnh 1
(ພາບປະກອບ)

(vovworld) -     ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານາທິບໍດີ​ສະຫະ​ພັດ​ລັດ​ເຊຍ Vladimir Putin ຮຽກ​ໂຮມ​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະພັນ​ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ລັດ​ເຊຍ ​ເຂົ້າ​​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO), ຕອນ​ບ່າຍ​ວັນ​ທີ 21/11 ສຳນັກ​ຂ່າວສານ RIA – Novosti ​​ໄດ້​ລົງ​ບົດ​ຂຽນ​ຊີ້​ແຈ້ງ​ຜົນງານ​ຂອງ​ບາງ​ປະ​ເທດ​ພາຍຫຼັງ​ເຂົ້າ​​ເປັນ​ສະມາຊິກ​ອົງການ WTO ​ໃນ​ນັ້ນ​ມີ​ຫວຽດນາມ. RIA – Novosti  ​ໄດ້​ເນັ້ນ​ນັກ​ວ່າ ພາຍຫຼັງ​ການ​ເຂົ້າ​​​ເປັນ​ສະມາຊິກອົງການ WTO ​ແຕ່​ເດືອນ 1/2007 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສສ້ງ​ຕັ້ງ​ບັນດາ​ກົນ​ໄກ​ເພື່ອ​ແນ​ໃສ່​ປະຕິ​ຮູບ​ລະບົບ​ການ​ເມືອງ, ​ເສດຖະກິດ, ສານ - ກົດໝາຍ, ​ເຊິ່ງການ​ປະຕິບັດ​ບັນດາ​ກົນ​ໄກ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຮັບປະກັນ​ສິດ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຍົກ​ສູງ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ຫວຽດນາມ ອີກ​ດ້ວຍ. ຕາມ RIA – Novosti ​ແລ້ວ, ປີ 2008, ວາລະສານ​ The Wall Street Journal ​ໄດ້​ຂຽນ​ວ່າ ພາຍ​ຫັງປີ​ທຳ​ອິດ​ເຂົ້າ​​​ເປັນ​ສະມາຊິກ WTO, ຫວຽດນາມ ບັນລຸ​ໄດ້​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງ​ດ້ວຍຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ເພີ່ມ​ຂຶ້ນ 8,5%. ສ່ວນອົງການ Dow Jones Commodities Service ກໍຊີ້​ແຈ້ງ​ບັນດາ​ຜົນງານ​ຂອງ​ຂະ​ແໜງ​ອຸດສາຫະກຳ​​ຕໍ່າ​ແຜ່ນ​ຕິດ​ຍິບ ຂອງ​ຫວຽດນາມ. ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຮອດ​ປີ 2020, ຂະ​ແໜງ​ຕໍ່າ​ແຜ່ນ​ຕັດ​ຍິບຈະ​ນຳ​ມາ​ເຊິ່ງຜົນ​ກຳ​ໄລ 25 ຕື້ USD. ​ເລື່ອງ​ເຂົ້າ​​​ເປັນ​ສະມາຊິກ WTO ​ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ຫວຽດນາມ ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ​ຢ່າງ​ແຮງ, ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ສິນຄ້າ​ຫວຽດນາມ ​ໃນ​ຕະຫຼາດ​ໂລກ. ຫວຽດນາມ ​ໄດ້​ຍົກ​ເລີກ​ບັນດາມາດ​ຕະການອາລັກຂາ​ດ້ານ​ການ​ຄ້າ ​ແລະ ​ແຕ່​ຕົ້ນ​ປີ 2010, ​ຫວຽດນາມ ​ໄດ້​ເປີດ​ກວ້າງຕະຫຼາດ​ນຳ​ເຂົ້າ. RIA – Novosti  ຊີ້​ແຈ້ງວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ ດ້ວຍ​ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ​ທີ່​ນັບ​ມື້​ນັບ​ສູງ, ອັດຕາສ່ວນ​ຄົນ​ທຸກ​ຍາກ​ຢູ່​ຫວຽດນາມ ​ໄດ້​ຫຼຸດ​ລົງ​ຈາກ​ລະດັບ 60% ​ໃນ​ປີ 1992 ລົງ​ເຫຼືອ​ພຽງ 15% ​ໃນ​ປີ 2008.

ຂ່າວ/ບົດ​ອື່ນ