ສື່ມວນ​ຊົນລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ

(VOVWORLD) -ເວັບໄຊຂອງໜັງສືພິມ ປະຊາຊົນ ກໍ່ໄດ້ລົງບົດຂຽນ ທີ່ມີຫົວຂໍ່ວ່າ “ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ຂອງ ຫວຽດນາມ ປະສົບຜົນສຳເລັດ”. 
ສື່ມວນ​ຊົນລາວ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ - ảnh 1ພາບປະກອບ: Kpl

ຕອນຄ່ຳວັນທີ 24 ພຶດສະພາ, ສື່ມວນຊົນລາວ ໄດ້ລົງຂ່າວ ຫວຽດນາມ ປະຕິບັດສຳເລັດການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026, ຢັ້ງຢືນການເລືອກຕັ້ງໄດ້ດຳເນີນຢ່າງຖືກຕ້ອງຕາມແຜນການ, ຮັບປະກັນປະຊາທິປະໄຕ ແລະ ຄວາມໝັ້ນຄົງ. ເວັບໄຊຂອງສຳນັກຂ່າວສານລາວ KPL ໄດ້ລົງຂ່າວວ່າ ຜູ້ມີສິດເລືອກຕັ້ງ ຫວຽດນາມ ກ່ວາ 60 ລ້ານຄົນ ໃນທົ່ວປະເທດ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງໃນວັນທີ 23 ພຶດສະພາ, ເນັ້ນໜັກວ່າ ນີ້ແມ່ນວັນບຸນໃຫຍ່ຂອງ ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ແລະ ແມ່ນກາລະໂອກາດສຳຄັນເພື່ອໃຫ້ປະຊາຊົນ ຫວຽດນາມ ປະຕິບັດ ແລະ ເສີມຂະຫຍາຍສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງ ພົນລະເມືອງ ໃນການເລືອກເອົາ ບັນດາຜູ້ແທນ ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ.

ໃນຂະນະນັ້ນ, ເວັບໄຊຂອງໜັງສືພິມ ປະຊາຊົນ ກໍ່ໄດ້ລົງບົດຂຽນ ທີ່ມີຫົວຂໍ່ວ່າ “ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນ ຂອງ ຫວຽດນາມ ປະສົບຜົນສຳເລັດ”. ຕາມໜັງສືພິມ ປະຊາຊົນແລ້ວ, ຜູ້ມີສິດເລືອກຕັ້ງຮູ້ສຶກພາກພູນໃຈເມື່ອໄດ້ໄປປ່ອນບັດເລືອກຕັ້ງ ຕາມຂໍ້ກຳນົດຂອງກົດໝາຍ, ປະຕິບັດສິດ ແລະ ພັດທະຂອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ