ສື່ມວນຊົນລາວໃຫ້ຂ່າວສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ

ສື່ມວນຊົນລາວໃຫ້ຂ່າວສະເຫຼີມສະຫຼອງ 69 ປີ ແຫ່ງວັນສະຖາປະນາປະເທດຫວຽດນາມ  - ảnh 1
(ການ​ນຳ​ພັກ, ລັດ​ລາວ ອວຍ​ພອນວັນ​ສະ​ຖາ​ປະ​ນາ​ປະ​ເທດ​ຫວຽດ​ນາມ)

(vovworld)-​​​ ວັນ​ທີ 3/9, ສື່​ມວນ​ຊົນ​ຂອງ​ລາວ​ລ້ວນ​ແຕ່​ໃຫ້ຂ່າວສະ​ເຫຼີມ​ສະຫຼອງ 69 ປີ ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ​ຫວຽດ​ນາມ(2/9/1945-2/9/2014); ໃນ​ນັ້ນ​ມີ​ເຫດ​ການ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ​ ຈັດ​ຕັ້ງ​ພິ​ທີສະ​ເຫຼີມ​ສະຫຼອງ 69 ປີ ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ​ຫວຽດ​ນາມ ​ໃນ​ຕອນ​ຄ່ຳ​ວັນ​ທີ 2/9. ໃນ​ໜ້າ​ທຳ​ອິດ​ໜັງ​ສື​ພິມ​ສຳ​ຄັນ​ຕ່າງໆ​ຂອງ​ລາວ​ຄື: ​ໜັງ​ສື​ພິມ Pasaxon, ໜັງ​ສື​ພິມ​ Pathetlao, ​ໂທ​ລະ​ພາບ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ລ້ວນ​ແຕ່​ໃຫ້​ຂ່າວ​ກ່ຽວ​ກັບ​​ບົດ​ກ່າວ​ຄຳ​ເຫັນ​ ຂອງທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ເຊິ່ງໄດ້​ທົບ​ທວນ​ຄືນ​ບັນ​ດາ​ເຫດ​ການ​​ສຳ​ຄັນ​ຍິ່ງ​ກ່ອນນີ້ 69 ປີ ພາຍ​ໃຕ້​ການ​​ຊີ້​ນຳ​ນຳ​ພາ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ປະ​ທານ​ໂຮ່​ຈິ​ມິນ ​ກໍ່​ຕັ້ງ, ປະ​ຊາ​ຊົນ​ຫວຽດ​ນາມ​ໄດ້​ທັບ​ມ້າງ​ແອກ​ປົກ​ຄອງ​ຂອງພວກ​ລ່າ​ເມືອງຂຶ້ນ ສັກ​ດີ​ນາ, ​ຢືດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ໃຫ້​​ແກ່ປະ​ຊາ​ຊົນ, ​ສະ​ຖາ​ປະ​ນາ​ປະ​ເທດ​ ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ, ປະ​ຈຸ​ບັນ​ແມ່ນ​ປະ​ເທດ​ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແມ້ງ​ຮຸ່ງ ໄດ້​ສັງ​ລວມໂດຍ​ຫຍໍ້​ບັນ​ດາ​ຜົນ​ງານ​ສຳ​ຄັນ ແລະ ໃຫຍ່ຫຼວງ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​​ຜ່ານ​ມາ, ກໍ່​ຄື​ບັນ​ດາ​ຜົນ​ງານ​ກ່ຽວ​ກັບການ​ຮ່ວມ​ມື​, ​ລົງ​ທຶນ ຫວຽດ​ນາມ-ລາວ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສື່​ມວນ​ຊົນ​ລາວ​ຢືນ​ຢັນ​ວ່າ ມູນ​ເຊື້ອສະ​ໜິດ​ຕິດ​ພັນ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ ຫວຽດ​ນາມ-ລາວ ຈະ​ແມ່ນ​ແຫຼ່ງ​ກຳ​ລັງ​ທີ່​ໝັ້ນ​ຄົງໃຫ້​ແກ່​​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​​ສາສອງ​ປະ​ເທດ; ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຄວາມ​ໝັ້ນ​ຄົງ, ການ​ພັດ​ທະ​ນາ ແລະ ສັນ​ຕິ​ພາບ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ