ສື່ມວນຊົນສືບຕໍ່ປ່ຽນໃໝ່ແລະຍູ້ແຮງວຽກງານໂຄສະນາມະຕິກອງປະຊຸມໃຫຍ່ ຄັ້ງທີ12ຂອງພັກ

ສື່ມວນຊົນສືບຕໍ່ປ່ຽນໃໝ່ແລະຍູ້ແຮງວຽກງານໂຄສະນາມະຕິກອງປະຊຸມໃຫຍ່ ຄັ້ງທີ12ຂອງພັກ - ảnh 1
ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
(ພາບ: HienHoa)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/02 ຢູ່​ ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາສູນ​ກາງ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ ຫວຽດນາມ ຈັດ​ຕັ້ງການ​ປະຊຸມ​ກ່ຽວ​ກັບ​ວຽກ​ງານສື່​ມວນ​ຊົນ ​ແລະ ພົບ​ປະ​ສັງ​ສັນ​ຕົ້ນ​ປີ​​ໃໝ່​ປີວ​ອກ. ນະ​ທີ່​ນີ້, ທ່ານ ຫວໍ​ວັນ​ເຖືອ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ຊີ້​ອອກ​ບັນດາ​ໜ້າ​ທີ່​ຈຸດ​ສຸມ ຊຶ່ງ​ສື່​ມວນ​ຊົນ​ຄວນ​ປະຕິບັດ​ໃນ​ປີ 2016, ​​ເຊິ່ງເປັນ​ປີ​ທຳ​ອິດ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ. ທ່ານ ຫວໍ​ວັນ​ເຖື​ອງ ຖື​ວ່າ: ​ໃນ​ຊຸມ​ວັນ​​ບຸນ​ເຕັດ​ປີວ​ອກຜ່ານ​ມາ, ບັນດາ​ອົງການ​ສຳນັກງານ​ສື່​ມວນ​ຊົນ ​ໄດ້​​ໃຫ້​ຂ່າວ​ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ປະຊາຊົນຢ່າງ​ທັນ​ການ, ຕິດ​ພັນ​ກັບ​ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ລະດູບານ​ໃໝ່​ຂອງ​ປະ​ເທດ​ຊາດ, ກ່ຽວ​ກັບ​ພັກ, ກ່ຽວ​ກັບ​ປະທານ​ໂຮ່ຈີ​ມິນ. ​ໂດຍ​ເສີມ​ຂະ​ຫຍາ​ຍບັນດາ​ໝາກຜົນທີ່​ບັນລຸ​ໄດ້, ທ່ານ ຫວໍ​ວັນ​ເຖືອ​ງ ຮຽກຮ້ອງ​ວຽກ​ງານ​ໂຄສະນາ​ສຶກສາ​ເວົ້າ​ລວມ ​ແລະ ວຽກ​ງານ​ສື່​ມວນ​ຊົນ​ເວົ້າ​ສະ​ເພາະ​ຄວນ​ສືບ​ຕໍ່​​ໄດ້​ຮັບ​ການປ່ຽນ​ໃໝ່, ຍູ້​ແຮງ​ການໂຄສະນາ ​ເພື່ອນ​ຳມະຕິ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ ​ເຂົ້າ​​ໃນ​ການ​ດຳລົງ​ຊີວິດໂດຍ​ໄວ.

ຂ່າວ/ບົດ​ອື່ນ