ສື່ມວນຊົນສາກົນອອກຂ່າວແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງ​ແກ່​ມໍ​ລະ​ນະ​ກຳຂອງປະທານປະເທດເຈິ່ນດ້າຍກວາງ

(VOVWORLD) -ບັນດາສຳນັກຂ່າວສານໃຫຍ່ໃນໂລກໄດ້ອອກຂ່າວ ແລະ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈກັບຫວຽດນາມ ກ່ຽວກັບການຈາກໄປຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

ສື່ມວນຊົນສາກົນອອກຂ່າວແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການເຖິງ​ແກ່​ມໍ​ລະ​ນະ​ກຳຂອງປະທານປະເທດເຈິ່ນດ້າຍກວາງ - ảnh 1

 ທ່ານປະທານປະເທດ ເຈິ່ນດ້າຍກວາງ ກັບກູບາ, ເຊິ່ງແມ່ນປະມຸກລັດຕ່າງປະເທດຜູ້ສຸດທ້າຍທີ່ໄດ້ພົບປະກັບການນຳກູບາ Fidel Castro ເມື່ອເດືອນທັນວາ 2016 ຢູ່ກູບາ

(ພາບຖ່າຍໜັງສືພິມ: granma.cu)

ບັນດາສຳນັກຂ່າວສານ ແລະ ໜັງສືພິມສາກົນລ້ວນແຕ່ໄດ້ລົງພາບ ແລະ ຊີວະປະຫວັດຫຍໍ້ຂອງປະທານປະເທດຫວຽດນາມ, ກໍ່ຄືຍົກອອກບັນດາຂີດໝາຍ ແລະ ການປະກອບສ່ວນຂອງທ່ານໃຫ້ແກ່ປະເທດ.

        ຢູ່ກູບາ, ວົງການສື່ມວນຊົນທາງການຂອງກູບາ ລວມມີ: Granma, Prensa Latinaf Juventud Rebelde, ສຳນັກຂ່າວສານແຫ່ງລັດກູບາ (ACN), ເວັບໄຊສັງຄົມອອນລາຍ Cubadebate… ລ້ວນແຕ່ລົງຂ່າວກ່ຽວກັບການຈາກໄປຂອງທ່ານ ເຈິ່ນດ້າຍກວາງ, ກຳມະການກົມການເມືອງ, ປະທານປະເທດສສ.ຫວຽດນາມ, ພ້ອມທັງສະແດງຄວາມໂສກເສົ້າເສຍດາຍຕໍ່ຜູ້ນຳລັດຫວຽດນາມ. ສື່ມວນຊົນກູບາ ໄດ້ເນັ້ນໜັກເປັນພິເສດເຖິງອາລົມຈິດຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກັບກູບາ, ເຊິ່ງແມ່ນປະມຸກລັດຕ່າງປະເທດຜູ້ສຸດທ້າຍທີ່ໄດ້ພົບປະກັບການນຳກູບາ Fidel Castro ເມື່ອເດືອນທັນວາ 2016 ຢູ່ກູບາ, ກ່ອນທີ່ການນຳກູບາ ເຖິງແກ່ມໍລະນະກຳເມື່ອບໍ່ດົນມານີ້.

        ຢູ່ຍີ່ປຸ່ນ, ບັນດາສຳນັກຂ່າວສານໃຫຍ່ຂອງຍີ່ປຸ່ນ ຄື: NHK, Yomiuri, Asahi, Mainichi, Japan News, Japan Times… ລ້ວນແຕ່ຫວນຄືນຊີວະປະຫວັດຫຍໍ້, ໃນນັ້ນໄດ້ເຕື້ອງເຖິງບັນດາຕຳແໜ່ງສຳຄັນເຊິ່ງທ່ານປະທານປະເທດເຈິ່ນດ້າຍກວາງ ຮັບດຳລົງຕຳ ແໜ່ງ ນັບແຕ່ປີ 1975 ມາຮອດປະຈຸບັນ. ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນ ຕີລາຄາວ່າ, ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ. Kyodo ໄດ້ຢ້ຳຄືນເຫດການທີ່ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຈລະຈາກັບທ່ານປະທານາທິບໍດີອາເມລິກາ ໃນຄາວນັ້ນແມ່ນທ່ານ Barack Obama ໃນເດືອນ ພຶດສະພາ 2016 ຢູ່ຮ່າໂນ້ຍ.

        ບັນດາພາຫະນະສານ - ສື່ມວນຊົນອີຕາລີ, ໃນນັ້ນມີສຳນັກຂ່າວສານ RAI ແລະ ຊ່ອງໂທລະພາບແຫ່ງລັດ RAI, ວັນທີ 21 ກັນຍາ ໄດ້ລົງຂ່າວກ່ຽວກັບການຈາກໄປຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ພ້ອມທັງສະແດງາຄວາມເສົ້າສະຫຼົດໃຈຕໍ່ປະເທດ ແລະ ປະຊາຊົນຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ