ສື່ມວນຊົນຫວຽດນາມເປັນເຈົ້າການ,ປ່ຽນໃໝ່ເພື່ອພັດທະນາຢ່າງແຮງໃນໄລຍະຈະມາເຖິງ

(VOVWORLD) -ວັນທີ 17 ເມສາ, ຢູ່ແຂວງ ເງະອານ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານສະມາຄົມປີ 2018, ສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ.

ສື່ມວນຊົນຫວຽດນາມເປັນເຈົ້າການ,ປ່ຽນໃໝ່ເພື່ອພັດທະນາຢ່າງແຮງໃນໄລຍະຈະມາເຖິງ - ảnh 1 ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ

(ພາບ: baonghean.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວສື່ມວນຊົນຕ້ອງເປັນເຈົ້າການ, ປ່ຽນໃໝ່ເພື່ອມີບາດກ້າວພັດທະນາໃນໄລຍະຈະມາເຖິງ. ໃນນັ້ນ, ຕ້ອງຮັກສາການກຳນົດທິດດ້ານການເມືອງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຍົກສູງຈິດໃຈປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ.

      “ວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ. ໝາກຜົນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ບັນດາມະຕິຂອງສູນກາງ ແລະ ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດປີ 2018 ແນ່ນອນວ່າຈະນຳມາໃຫ້ບັນດານັກຂ່າວມີອາລົມຈິດຢ່າງແທດຈິງເພື່ອໃຫ້ພວກເຮົາປະຕິບັດໜ້າທີ່ອັນສູງສົ່ງຂອງຜູ້ເຮັດວຽກງານໜັງສືພິມ”.

ຕອບກັບ

ຂ່າວ/ບົດ​ອື່ນ