ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງ

(VOVWORLD) - ດ້ວຍການເຂົ້າຮ່ວມຢ່າງທັນການຂອງສື່ມວນຊົນນັ້ນ, ໃນກອງປະຊຸມຄັ້ງຕ່າງໆຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ກ່ຽວກັບວຽກງານສ້າງກົດໝາຍ,
ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງ - ảnh 1 ນັກຂ່າວ ດົ່ງແມ້ງຮູ່ງ, ຫົວໜ້າພະແນກຂ່າວສະຖານະການ, VOV

ຕອນບ່າຍວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ, ໜັງສືພິມຜູ້ແທນປະຊາຊົນໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ສື່ມວນຊົນ ດ້ວຍການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ດ້ວຍການເຂົ້າຮ່ວມຢ່າງທັນການຂອງສື່ມວນຊົນນັ້ນ, ໃນກອງປະຊຸມຄັ້ງຕ່າງໆຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ກ່ຽວກັບວຽກງານສ້າງກົດໝາຍ, ວຽກງານຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຈຶ່ງໄດ້ດຶງດູດຄວາມສົນໃຈ, ຕິດຕາມ ແລະ ສະໜັບສະໜູນຂອງປະຊາຊົນ. ນັກຂ່າວ ດົ່ງແມ້ງຮູ່ງ, ຫົວໜ້າພະແນກຂ່າວສະຖານະການ, VOV ຖືວ່າ:

        “ເພື່ອໂຄສະນາກອງປະຊຸມຄັ້ງຕ່າງໆໃຫ້ດີທີ່ສຸດ, ຂ້າພະເຈົ້າຄິດວ່າ ບັນດາອົງການສື່ມວນຊົນຄວນກຳນົດກຸ່ມນັກຂ່າວສະເພາະກິດຂອງອາຍຸການສະພາແຫ່ງຊາດ. ດັ່ງນັ້ນ, ນັກຂ່າວຈະມີຄວາມເຂົ້າໃຈກ່ຽວກັບສະພາແຫ່ງຊາດ, ຈາກຄວາມເຂົ້າໃຈນັ້ນ, ນັກຂ່າວຈະໂຄສະນາກ່ຽວກັບສະພາແຫ່ງຊາດໄດ້ຊັດເຈນທີ່ສຸດ ແລະ ໄປຖືກທິດ. ບັນດາອົງການຖະແຫຼງຂ່າວຂອງສະພາແຫ່ງຊາດ ກໍ່ຄວນສ້າງກຸ່ມນັກຂ່າວລັດຖະສະພາເພື່ອຜ່ານກຸ່ມນັກຂ່າວລັດຖະສະພານີ້, ບັນດາອົງການສະພາແຫ່ງຊາດອາດຈະສົ່ງ, ແລກປ່ຽນຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ເປີດອົກເປີດໃຈທີ່ສຸດ.”

ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງສະພາແຫ່ງຊາດ ກັບຜູ້ມີສິດເລືອກຕັ້ງ - ảnh 2 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

        ທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຢັ້ງຢືນວ່າການປະສານສົບທົບລະຫວ່າງສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງກັບບັນດາອົງການສື່ມວນຊົນແມ່ນສຳຄັນທີ່ສຸດ. ດັ່ງນັ້ນ, ຄວນສືບຕໍ່ບັນດາການຖ່າຍທອດສົດທາງວິທະຍຸ ແລະ ທາງໂທລະພາບເພື່ອສື່ຂ່າວຈາກຫໍປະຊຸມສະພາແຫ່ງຊາດເຖິງຜູ້ມີສິດເລືອກຕັ້ງຢ່າງວ່ອງໄວ ແລະ ຄົບຖ້ວນ, ຊັດເຈນ ທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ