ສື່ມວນຊົນໄດ້ປະກອບສ່ວນສ້າງສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດ ໃນປີ 2017

(VOVWORLD) - ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນໃນການນຳບັນດາຂໍ້ມູນຂ່າວສານການພົວພັນຕ່າງປະເທດຂອງພັກ, ລັດ ເຖິງປະຊາຊົນ ແລະ ອອກສູ່ໂລກຢ່າງທັນການ, ມີປະສິດທິຜົນ

ສື່ມວນຊົນໄດ້ປະກອບສ່ວນສ້າງສຳເລັດຂອງການເຄື່ອນໄຫວພົວພັນຕ່າງປະເທດ ໃນປີ 2017 - ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນການພົບປະກັບຜູ້ຕາງໜ້າບັນດາອົງການສື່ມວນຊົນໃນວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຖືວ່າ: ສື່ມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນໃນການນຳບັນດາຂໍ້ມູນຂ່າວສານການພົວພັນຕ່າງປະເທດຂອງພັກ, ລັດ ເຖິງປະຊາຊົນ ແລະ ອອກສູ່ໂລກຢ່າງທັນການ, ມີປະສິດທິຜົນ:

        “ໃນປີ 2017 ພວກເຮົາຕ້ອງເວົ້າເຖິງຄວາມສຳເລັດຂອງ APEC ດ້ວຍບົດບາດແມ່ນປະເທດເຈົ້າພາບຂອງ ຫວຽດນາມ. ແລະປີ APEC ຂອງພວກເຮົາ ແມ່ນໄປຄຽງຄູ່ກັບຜົນສຳເລັດຂອງສື່ມວນຊົນ ໄດ້ໃຫ້ຂ່າວ, ຮູບພາບຂອງ ຫວຽດນາມ ອອກສູ່ພາຍນອກ. ນີ້ແມ່ນຜົນສຳເລັດຂອງການພົວພັນຕ່າງປະເທດກໍ່ຄືຜົນສຳເລັດຂອງການໂຄສະນາການພົວພັນຕ່າງປະເທດ.”

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ ບໍ່ພຽງແຕ່ໂຄສະນາຢ່າງແຮງກ່ຽວກັບພາບພົດຂອງ ຫວຽດນາມ ຢູ່ພາຍໃນປະເທດ ແລະ ອອກສູ່ຕ່າງປະເທດເທົ່ານັ້ນ, ສື່ມວນຊົນກໍ່ແມ່ນເຄື່ອງມືສຳຄັນໃນແນວໂຮມດ້ານແນວຄິດເພື່ອຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຂອງປະເທດຊາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ