ສື່ມວນຊົນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງການພັດທະນາເສດຖະກິດສັງຄົມ

(VOVWORLD) - ຕອນເຊົ້າວັນທີ 27 ກຸມພາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ຈັດຕັ້ງກອງປະຊຸມແລກປ່ຽນວຽກງານຕົ້ນລະດູບານໃໝ່ປີຈໍ 2018.
ສື່ມວນຊົນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງການພັດທະນາເສດຖະກິດສັງຄົມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ

ກ່າວຄຳເຫັນທີ່ກອງປະຊຸມແລກປ່ຽນວຽກງານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕີລາຄາວ່າ: ປີ 2017, ສື່ມວນຊົນໄດ້ມີບັນດາການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງການພັດທະນາເສດຖະກິດສັງຄົມ, ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:

        “ບັນດານັກຂ່າວ, ພະນັກງານບັນຈຸ ແລະ ຜູ້ຮ່ວມງານຕ່າງໆ ໄດ້ສູ້ຊົນ ດ້ວຍພູມປັນຍາ, ປະກອບກຳລັງເຫື່ອແຮງ, ຊ້ຳບໍ່ໜຳດ້ວຍເລືອດເນື້ອ ເພື່ອໃຫ້ວຽກງານໄດ້ດີກ່ວາ. ການວາງແຜນກຳນົດສື່ມວນຊົນກໍ່ເຊັນດຽວກັນ ອັນໃດເຮັດດີ ຄວນປຸກລຸກ, ເຊີດຊູອັນດີ. ຈິດໃຈຊັບຊ້ອນ ແລະ ດັດປັບຖືກຕາມຂໍ້ກຳນົດກົດລະບຽບ, ຈຸດປະສົງ, ການວາງແຜນກຳນົດສື່ມວນຊົນແມ່ນເພື່ອການພັດທະນາ

ຕອບກັບ

ຂ່າວ/ບົດ​ອື່ນ