ສຸມໃສ່ກວດສອບບັນຊີ ວິວັດການສ້າງ ໂຄງປະກອບລັດ ວິສາຫະກິດຄືນໃໝ່

ສຸມໃສ່ກວດສອບບັນຊີ ວິວັດການສ້າງ ໂຄງປະກອບລັດ ວິສາຫະກິດຄືນໃໝ່ - ảnh 1
ການ​ປະຊຸມ​ຂ່າ​ວ
(ພາບ: TQ)


(vovworld) – ຕອນ​ເຊົ້າ​ວັນ​ທີ 18/2, ຢູ່ ຮ່າ​ໂນ້ຍ, ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ຈັດ​ຕັ້ງ​ການ​ປະຊຸມ​ຂ່າ​ວປະກາດ​ແຜ​ນການກວດ​ສອບ​ບັນຊີ​ປີ 2014. ທີ່​ການ​ປະຊຸມ​ຂ່າວ, ຜູ້ຕາງໜ້າ​ອົງການ​ກວດ​ຊອບ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ, ປີ 2014, ອົງການ​ນີ້​ຈະ​ສຸມ​ໃສ່​ເຂົ້າ​ໃນ 2 ໜ້າ​ທີ່​ຈຸດ​ສຸມ. ທີ່​ໜຶ່ງ​ແມ່ນ ສຸມ​ໃສ່​ກວດສອບ​ບັນຊີ​ປະຕິບັດ​ແຜນການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ທີສອງ​ແມ່ນ​ສຸມ​​ໃສ່​ກວດ​ສອບ​ບັນຊີ​ບັນ​ດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ, ທະນາຄານ​ການ​ຄ້າ​ແຫ່ງ​ລັດ, ພິ​ເສດ​ແມ່ນ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ກຸ່ມ​ບໍລິສັດ​, ບໍລິສັດ​ໃຫຍ່​ແຫ່ງ​ລັດຄືນ​ໃໝ່ ​ເຊິ່ງລະ​ອຽດ​ແມ່ນວິ​ສາ​ຫະກິດ ​ແລະ ທະນາຄານ​ການ​ຄ້ານ​​ແຫ່ງ​ລັດ 42ແຫ່ງ.

    ນອກ​ຈາກ​ນັ້ນ, ​ໃນ​ປີ​ນີ້, ອົງການ​ກວດ​ສອບ​ແຫ່ງ​ລັດ​ກໍ່​ໄດ້​ເພີ່ມ​ທະວີ​ການກວດ​ສອບ​​ວຽກ​ງານ​ຄຸ້ມ​ຄອງລາຍຮັບ​ງົບປະມານ, ​ເງິນ​ນຳ​ໃຊ້​ທີ່​ດິນ.​.​.​​. ທ່ານ​ເລ​ມິ​ງຄ໋າຍ, ຮອງ​ຫົວໜ້າ​ອົງການ​ກວດ​ສອບບັນຊີ​ແຫ່ງ​ລັດ​, ​ໃຫ້​ຮູ້​ວ່າ:

    “ປີ 2014, ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ກໍ່​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງສັງຄົມມີຄວາມສົນໃຈ​ຄື: ລາຄາ​ນ້ຳມັນ​ເຊື້ອໄຟ, ນະ​ໂຍບາຍ​ການ​ເກັບຊື້​ ສະ​ສົມ​ເຂົ້າສານ, ຄຸ້ມ​ຄອງ​ການນຳ​ໃຊ້ທຶນ​ຢູ່​ບັນດາ​ທະນາຄານ​ເໝາະ​ສົມ ຫຼື ບໍ່?. ປີ​ນີ້, ​ແຜນການ​ກວດ​ສອບ​ບັນຊີລວມມີ 17 ຫົວ​ເລື່ອງ​ສະ​ເພາະ, ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2013. ພິ​ເສດ​ໃນ​ປີ​ນີ້ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ການ​ເງິນ, ປະກັນ​ໄພ, ຕີ​ລາຄາ​ການ​ນຳ​ໃຊ້​ທຶນ​ຢູ່​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່.”

ຂ່າວ/ບົດ​ອື່ນ