ສຸມໃສ່ຄົ້ນພົບບັນດາບັນຫາໃໝ່,ສ້າງກຳລັງໜູນພັດທະນາເສດຖະກິດ-ສັງຄົມ

ສຸມໃສ່ຄົ້ນພົບບັນດາບັນຫາໃໝ່,ສ້າງກຳລັງໜູນພັດທະນາເສດຖະກິດ-ສັງຄົມ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ
(ພາບປະກອບ)

(vovworld) – ​ໃນ “6 ​ເດືອນ​ຜ່າ​ນມາ, ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ອົງການ​ເສນາ​ທິການ, ຄົ້ນ​ຄ້ວາຂໍ້ສະ​ເໜີ, ກວດກາ, ຕິດຕາມ​ກວດກາ​ບັນດາ​ບັນຫາ​ໃຫຍ່, ມີ​ລະດັບ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ”. ທ່ານ ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ​ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ 6 ​ເດືອນ​ທ້າຍ​ປີ​ຂອງ​ຄະນະ​ເສດຖະກິດ​ສູນ​ກາງ​ທີ່​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/7, ຢູ່​ຮ່າ​ໂນ້ຍ. ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ຄະນະ​ເສດຖະກິດ​ສູນ​ກາງປັບປຸງ ​ແລະ ຍື່ນ​ສະ​ເໜີ​ກົມ​ການ​ເມືອງ​ບົດ​ລາຍ​ງານ​ຕີ​ລາຄາ ​ແລະ ຕິດຕາມ​ກວດກາ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ໂດຍ​ໄວ, ສືບ​ຕໍ່​ສ້າງ​ຖັນ​ແຖວ​ພາລະ​ກອນ​ຂອງ​ຄະນະ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ສ້າງ​ອົງຄະ​ນະ​ພັກ ​ແລະ ລະບົບ​ການ​ເມືອງ​ປອດ​​ໃສ, ໝັ້ນຄົງ, ​ເຂັ້ມ​ແຂງ. ພິ​ເສດ​, ຕ້ອງ​ເສີມ​ຂະຫຍາຍ​ການ​ສົມທົບ​ວຽກ​ງານ​ລະຫວ່າງ​ຄະນະ​ເສດຖະກິດ​ສູນກາງ ​ແລະ ​ເຄືອ​ຂ່າຍ​ບັນດາ​ນັກ​ຊ່ຽວຊານ, ນັກວິທະຍາສາດ, ຖັນ​ແຖວ​ເພື່ອນ​ຮ່ວມ​ງານ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເອົ​າ​ໃຈ​ໃສ່​ເຖິງ​ພຶດຕິ​ກຳ​ຕົວ​ຈິງ​ຢູ່​ຂັ້ນ​ຮາກ​ຖານ​ເພື່ອ​ເລືອກ​ເຟັ້ນຄຳ​ເຫັນ​ປະກອບ, ສ້າງ​ກຳລັງ​ແຮງ​ດ້ານ​ພຸມ​ປັນຍາ​, ​ເພື່ອ​ຍົກ​ອອກ​ບັນດາ​ລັດຖະນະ​ໂຍບາຍ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ