ສຸມໃສ່ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ


ສຸມໃສ່ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ - ảnh 1
ການ​ນຳ​ນະ​ຄອນ​ໂຮ່​ຈິ​ມິນ​ພົບ​ປະ​ກັບ​ກຳ​ມະ​ກອນ

(vovworld)- ວັນ​ທີ 23/4, ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈິ​ມິນ   ໄດ້​ໄຂ​ການ​ເຄື​່ອນ​ໄຫວ “ ເດືອນ​ກຳ​ມະ​ກອນ​ຄັ້ງ​ທີ 9 ແລະ ເດືອນ​ກະ​ທຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ນາ​ໄມໃນ​ການ​ອອກ​ແຮງ​ງານ​ຄັ້ງ​ທີ 1 ປີ 2017”. ເດືອນ​ກຳ​ມະ​ກອນ​ປີນີ້ ຕິດ​ພັນ​ກັບ ເດືອນ​ກະ​ທຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ນາ​ໄມໃນ​ການ​ອອກ​ແຮງ​ງານ​ຄັ້ງ​ທີ 1 ຊຶ່ງ​ແມ່ນບັ້ນ​ເຄື່ອ​ນ​ໄຫວ​ຈຸດ​ສູງ​ໃນ​ປີ​ເຄື​ອ່ນ​ໄຫວ​ກຳ​ມະ​ບານ​ດ້ວຍ​ຫົວ​ຂໍ້ “ ປີ​ເພື່ອ​ຜົນ​ປະ​ໂຫຍດ​ສະ​ມາ​ຊິກ​ກຳ​ມະ​ບານ ”. ​ບັນ​ດາ​ການ​ເຄື່ອນ​ໄຫວເພື່ອ​ແນ​ໃສ່​ເບິ່ງ​ແຍງ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ ສະ​ມາ​ຊິກ​ກຳ​ມະ​ບານ, ກຳ​ມະ​ກອນ, ລັດ​ຖະ​ກອນ- ຜູ້​ອອກ​ແຮງ​ງານ, ອອກ​ແຮງ​ແຂ່ງ​ຂັນ, ທຳ​ການ​ຜະ​ລິດດ ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ, ຫົວ​ໜ໋ວຍ, ວິ​ສາ​ຫະ​ກິດ. ເດືອນ​ກຳ​ມະ​ກອນປີນີ້ ຖືກ​ດຳ​ເນີນ​ຢ່າງ​ຟົດ​ຟື້ນ​ດ້ວຍຫຼາຍ​ການ​ເຄື່ອ​ນ​ໄຫວ​ທີ່​ແທດ​ຈິງ ເພື່ອ​ມຸ່ງ​ໄປ​ສູ່​ຮາກ​ຖານ

ຕອບກັບ

ຂ່າວ/ບົດ​ອື່ນ