ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມໂດຍພື້ນຖານ

ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມໂດຍພື້ນຖານ - ảnh 1
ການເກັບກູ້ລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ
(ພາບປະກອບ)

(vovworld) - ກາ​ນພົບ​ປະ​ສົນທະນາ​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ​ປ້ອງ​ກັນ, ສະກັດ​ກັ້ນ​ລູກ​ລະ​ເບີດ (4/4) ຖືກ​ດຳ​ເນີນ​ໃນ​ວັນ​ທີ 2/4, ຢູ່​ຮ່າ​ໂນ​້ຍ. ທ່ານ ບູ່​ຍຮົ່ງຫຼີງ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ມົນ​ລະ​ຜິດ​ຈາກ​ລູກ​ລະ​ເບີດໄດ້​ກໍ່​ຜົນຮ້າຍ​ຢ່າງ​ໜັກໜ່ວງ​ທັງ​ດ້ານ​ຊີວິດ​ອີນຊີ, ຊັບສົມບັດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ສົ່ງຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ເຖິງ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ສິ່ງ​ແວດ​ລ້ອມ, ຈຳກັດ​ເນື້ອ​ທີ່​ດິນ​ດຳ​ເນີນ​ຊີວິດ, ປູກຝັງ ​ແລະ ກໍ່​ຜົນ​ຮ້າຍ​ອື່ນ​ໆ​ອີກ. ຕາມ​ຕົວ​ເລກ​ສະຖິຕິ​ນັບ​ແຕ່​ປີ 1975 – 2000, ຫວຽດນາມ ມີ​ຜູ້​ເສຍ​ຊີວິດ​ກ່ວາ 42.000 ຄົນ, ຜູ້​ຮັບ​ບາດ​ເຈັບ​ເກືອບ 63.000 ຄົນຍ້ອນ​ລູກ​ລະ​ເບີດ, ໝາກ​ມິ່ນ, ວັດຖຸ​ລະ​ເບີດ. ຈຳນວນ​ລູກ​ລະ​ເບີດ, ໝາກ​ມິ່ນ, ວັດຖຸ​ລະ​ເບີດ​ບໍ່ທັນແຕກປະມານ​ກ່ວາ 600.000 ​ໂຕນ ປະຈຸ​ບັນ​ພວມ​ຕົກ​ຄ້າງ​ຢູ່​ໃຕ້​ດິນ. ຍາມ​ໃດ ພັກ, ລັດ, ລັດຖະບານ ຫວຽດນາມ ກໍ່​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກລະ​ເບີດ​ໝາກ​ມິ່ນ​ທັງ 3 ​ເນື້ອ​ໃນ​ຄື: ເກັບກູ້​ທຳລາຍ​ລູກ​ລະ​ເບີດ​ໝາກ​ມິນ ຍັງ​ບໍ່​ທັນ​ແຕກ, ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​, ​​ໂຄສະນາ​ສຶກສາ​ປ້ອງ​ກັນ, ຫຼີກລ້ຽງ​ລູກ​ລະ​ເບີດ​ໝາກ​ມິ່ນ. ປີ 2013, ຫວຽດນາມ ຈະ​ສືບ​ຕໍ່​ສຳ​ຫຼວດກໍ່ສ້າງ​ທົດ​ລອງໂຄງການ​​ສຸກສາລາ​ຕາ​ແສງ ​ເພື່ອ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ໝາກ​ມິ່ນຟື້ນ​ອະໄວຍະວະ, ສຳ​ຫຼວດ, ກໍ່ສ້າງ​ກຳນົດແຜນ​ສັງ​ລວມບັນດາ​ຮາກ​ຖານ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​.

 

ຂ່າວ/ບົດ​ອື່ນ