ສີສັນວັດທະນະທຳຫວຽດນາມ ໃນງານບຸນຖະໜົນ Chingay 2015 ຢູ່ສິງກະໂປ

ສີສັນວັດທະນະທຳຫວຽດນາມ ໃນງານບຸນຖະໜົນ Chingay 2015 ຢູ່ສິງກະໂປ - ảnh 1
ຫວຽດນາມ ​ເຂົ້າ​ຮ່ວມ​​ງານ​ບຸນ​ຖະໜົນ Chingay
(ພາບ: vietnamplus.vn)


(vovworld) – ວັດທະນະທຳ​ຕີຄ້ອງ​ໄຕ​ງວຽນ ​ແລະ ​ເສື້ອ​ຍາວ​ຫວຽດນາມ ​​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ລາຍການ​ສະ​ແດງ​ຂອງ​ຄະນະ​ສິລະ​ປະ​ກອນຂຶ້ນ​ກັບ​ໂຮງລະຄອນ​ຟ້ອນ​ລຳ​ທຳ​​ເພງ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​​ງານ​ບຸນ​ຖະໜົນ Chingay ​ເຊິ່ງດຳ​ເນີນ​ໄປ​ຢູ່​ສິງກະ​ໂປ ​ໃນ​ຕອນ​ຄໍ່າ​ວັນ​ທີ 27 – 28/02. ທ່ານ ຫງວຽນ​ເຈື່ອງ​ຢາງ, ຫົວ​ໜ້າ​ຄະນະ​ສີ​ລະ​ປະກອນ​ຫວຽດນາມ ​ເຂົ້າ​ຮ່ວມ Chingay ປີ 2015 ​ໃຫ້​ຮູ້​ວ່າ, ຄະນະ​ຈະ​ສຸມ​ໃສ່​ໂຄສະນາ​ວັດທະນະທຳ​ມໍລະ​ດົກ​ຂອງ​ເຂດໄຕ​ງວຽນ ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ UNESCO, ພ້ອມ​ກັບ​ຈຸດ​ວັດທະນະທຳ​ອື່ນ​ຂອງ​ຫວຽດນາມ ​ເຖິງບັນດາ​ງານ​ບຸນ​ໃນ​ທົ່ວ​ໂລກ ​ແລະ ​ເພື່ອນ​ມິດສາ​ກົນ​ຈະ​ມີ​ໂອກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ສີສັນ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ ຫຼາຍກວ່າ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ ​ແນ​ໃສ່​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ກັບ​ໂລກ.

ຂ່າວ/ບົດ​ອື່ນ