ສ.ສະຫະພັນເຢຍລະມັນ ຊ່ວຍອີຣັກ ຕ້ານ IS

ສ.ສະຫະພັນເຢຍລະມັນ ຊ່ວຍອີຣັກ ຕ້ານ IS - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 11/01, ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຢຍລະ​ມັນ Ursula von der Leyen ​ໄດ້​ມີ​ການ​ຢ້ຽມຢາມ​ອີຣັກ ​ໂດຍ​ບັງ​ເອີ້ນ, ​ເພື່ອ​ປຶກສາ​ຫາລື​ກັບ​ທ່ານ​ປະທາ​ນານາ​ທິບໍດີ​ອີຣັກ Fouad Massoum ກ່ຽວ​ກັບ​ເລື່ອງ​ສະໜອງ​ອາວຸດ ​ແລະ ຝຶກ​ອົບ​ຮົມ​ໃຫ້​ກຳລັງ​ຊາວ ​ເກີດ ຢູ່​ທິດ​ເໜືອ ອີຣັກ ຕ້ານ​ຄືນອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມຢາມ, ທ່ານ​ລັດຖະມົນ​ຕີ​ວ່າການ Ursula von der Leyen ຖື​ວ່າ, ບັນດາ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຜ່ານ​ມາ​ຢູ່​ຝລັ່ງ ຊີ້​ໃຫ້​ເຫັນ​ຄວາມ​ສຳຄັນ​ໃນ​ການ​ສະໜອງ​ອາວຸດ ກໍ່​ຄື​ການຝຶກ​ອົບຮົມ​ຂອງ​ເຢຍລະ​ມັນ ​ໃຫ້​ບັນດາ​ມື​ປືນ​ຊາວ​ເກີດ ຢູ່ທິດ​ເໜືອ ອີຣັກ. ​ໂດຍ​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ພັນ​ທະ​ມິດສາ​ກົນ​ຕ້ານ IS, ​ເຢຍລະ​ມັນ ​ໄດ້​ສະໜອງ​​ເຄື່ອງ​ອຸປະກອນ ​ແລະ ອາວຸດບາງ​ປະ​ເພດ ທີ່​ມີ​ມູນ​ຄ່າ 70 ລ້ານ​​ເອີ​ໂລ ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບທິດ​ເໜືອ ອີຣັກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ມີນາ​ຍທະຫານ​ເຢຍລະ​ມັນ 100 ຄົນ ​ໄປ​ເຖິງ​ເຂດ Arbil ຂອງ​ຊາວ​ເກີດ ​ເພື່ອ​ຝຶກ​ອົບຮົມ​ໃຫ້​ບັນດາ​ມື​ປືນ​ຢູ່​ທີ່​ນີ້ ຕໍ່ສູ້​ຕ້ານ IS. ​ເຢຍລະ​ມັນ ກໍ່​ພວມ​ພິຈາລະຈາ​ກ່ຽວ​ກັບປະ​ເພດ ​ແລະ ຈຳນວນອາ​ວຸດ​ທີ່​ສາມາດ​ໜູນ​ຊ່ວຍ​ຊາວ​ເກີດ.

ຂ່າວ/ບົດ​ອື່ນ