ສື່ສານການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນວຽກງານໂຄສະນາ

ສື່ສານການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນວຽກງານໂຄສະນາ - ảnh 1
ພິທີ​ມອບ​ລາງວັນ​ໃຫ້ການ​ເສັງ​ສື່ສານການຕ່າງປະ​ເທດທົ່ວ​ປະ​ເທດ,
ຄັ້ງ​ທຳ​ອິດ​​ປີ 2014​
(ພາບ​: vovgiaothong.vn)

(vovworld) - ສື່ສານ​ການຕ່າງປະ​ເທດ​ແມ່ນ​ພາກສ່ວນ​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ​ໂຄສະນາ,ວຽກ​ງານ​ແນວ​ຄິດ​ຂອງ​ພັກ, ລັດ​ຫວຽດນາມ. ທ່ານ ດິງ​ເທ໋ຮວີນ, ຫົວໜ້າ​ຄະນະ​ໂຄສະ​ມາ​ສຶກສາ​ສູນ​ກາງ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ໃນ​ພິທີ​ມອບ​ລາງວັນ​ໃຫ້ການ​ເສັງ​ສື່ສານການຕ່າງປະ​ເທດທົ່ວ​ປະ​ເທດ, ຄັ້ງ​ທຳ​ອິດ​​ປີ 2014​ ທີ່​ສະຫງວນໃຫ້​ບັນດາ​ຜະລິດ​ຕະພັນ​ສື່​ມວນ​ຊົນດີ​ເດັ່ນ, ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 27/5, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ຈັດຕັ້ງການ​​ເສັງຄື​ດັ່ງກ່າວ, ​ເພື່ອ​ແນ​ໃສ່​ຮັບຮອງ, ​ເຊີດ​ຊູ​ນັກ​ຂ່າວ, ໜ່ວຍ​ນັກ​ຂ່າວ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ສື່ສານ, ​ໂຄສະນາ​ການ​ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ພາລະກິດ​ສື່​ມວນ​ຊົນຫວຽດນາມ​ເວົ້າ​ລວມ ​ແລະ ສື່​ມວນ​ຊົນ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ.

        ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້ 59 ບົດ ​ໃນ​ຈຳນວນ 515 ບົດ​ເຂົ້າ​ຮ່ວມ​ການ​ເສັງ, ລວມມີ: ລາງວັນ​ທີ 1 ​ແມ່ນ 5 ລາງວັນ​; ລາງວັນ​ທີ 2, 10 ລາງວັນ; ລາງວັນ​ທີ 3, 13 ລາງວັນ ​ແລະ ລາງວັນ​ຊົມ​ເຊີຍ 31 ລາງວັນ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ດິງ​ເທ໋ຮວີນ, ຫົວໜ້າ​ຄະນະ​ໂຄສະ​ມາ​ສຶກສາ​ສູນ​ກາງ , ​ເນັ້ນ​ໜັກ​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ໄດ້​ມີ​ການ​ຫັນປ່ຽນ​ທີ່​ໜ້າ​ຈົດ​ຈຳ, ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ນັບ​ມື້​ນັບໄດ້​ຮັບ​ການຍົກ​ສູງ​ຂຶ້ນ​. ບັນດາ​ການ​ເຄື່ອນ​ໄຫວ​ສື່ສານ​ການ​ຕ່າງປະ​ເທດ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ແທດ​ຈິງ​ກວ່າ, ​ເນື້ອ​ໃນ​ສື່ສານ​ກໍ່​ອຸດົມສົມ​ບຸນ ​ແລະ ທັນ​ການ​ກວ່າ; ​ແບບ​ວິທີ​ເຄື່ອນ​ໄຫວ​ກໍ່​​ປ່ຽນ​ໃໝ່​ຢ່າງ​ມີ​ໄຫວ​ພິບ. ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ສື່ສານ​ການ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ. ເປົ້າ​ໝາຍ, ບໍລິ​ເວນ​ເຄື່ອນ​ໄຫວກໍ່​ນັບ​ມື້​ນັບ​ເປີດ​ກວ້າງ. ບັນດາ​ການ​ເຄື່ອນ​ໄຫວ​ສື່ສານ​ການ​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປັບປຸງ, ​ເປີດ​ກວ້າງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ຕ່າງໆ, ຊຸກຍູ້​ການ​ເຊື່ອມ​ໂຍງ​ກັບ​ສາກົນ, ດຶງ​ດູດ​ການ​ລົງທຶນ ​ແລະ ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ, ​​ເຮັດ​ໃຫ້ປະຊາ​ຄົມຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດຕິດ​ພັນ​ກັບພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“.

        ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໄດ້​ຮັບ 6 ລາງວັນ, ​ໃນ​ນັ້ນ​ລວມມີ​ລາງວັນ​ທີ 1, ລາງວັນ​ທີ 2, ລາງວັນ​ທີ 3 ​ແລະ ລາງວັນ​ຊົມ​ເຊີຍ. ພິ​ເສດ, ​ລະບົບ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ (VOV5) ໄດ້​ຮັບ​ລາງວັນ​ທີ 1 ດ້ວຍ​ບົດ “20 ປີ ​ແຫ່ງ​​ການພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ“

ຂ່າວ/ບົດ​ອື່ນ