ສື່ສານສາກົນໃຫ້ຂ່າວກ່ຽວກັບການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນທຸກຂັ້ນຢູ່ຫວຽດນາມ

ສື່ສານສາກົນໃຫ້ຂ່າວກ່ຽວກັບການເລືອກຕັ້ງສສຊແລະສະມາຊິກສະພາປະຊາຊົນທຸກຂັ້ນຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/5, ບັນດາສຳນັກ​ຂ່າວສານ​ໃຫຍ່​ໃນ​​ໂລກ ​ໄດ້​ໃຫ້​ຂ່າວ​ກ່ຽວກັບ​ການ​ເລືອກ​ຕັ້ງ ສສຊ ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ຢູ່ ຫວຽດນາມ, ​ໃນ​ນັ້ນ​ລ​້ວນ​ແຕ່​ຕີ​ລາຄາ​ນີ້​ແມ່ນ​ເຫດການ​ການ​ເມືອງ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ ​ແລະ ສະ​ແດງ​ລັກສະນະ​ປະຊາທິປະ​ໄຕ​ຂອງ ຫວຽດນາມ. ສຳນັກ​ຂ່າວສານ ຊິນ​ຮວາ, ປະ​ເທດ​ຈີນ ​ໄດ້​ໃຫ້​ຂ່າວ​ວ່າການ​ເລືອກ​ຕັ້ງ​ໄດ້​ເລີ່​ມຕົ້ນ​ໃນ​ເວລາ 7 ​ໂມງ (ຕາມ​ເວລາ ຫວຽດນາມ) ຢູ່ 91.476 ຫົວໜ່ວຍ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ສຳນັກ​ຂ່າ​ວສານ Reuters ຂອງ​ອັງກິດ ​ໄດ້​ຄັດ​ສະ​ເໜີ​ຄຳ​​ເວົ້າ​ຂອງ​ທ່ານ ຫງວຽນ​ແຫ້ງ​ຟຸກ, ​​ເລຂາ​ທິການ​ໃຫຍ່ ສະພາ​ແຫ່ງ​ຊາດ ຢັ້ງຢືນ​ວ່າ: ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 870 ທ່ານ​ນັ້ນ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ, ນັບ​ທັງ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ບໍ່​ແມ່ນ​ສະມາຊິກ​ພັກ ​ແລະ ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເອງ.

        ວິທະຍຸ​ກະຈາຍສຽງ ອາ​ເມ​ລິ​ກາ (VOA) ​ໃຫ້​ຮູ້​ວ່າ: ການ​ເລືອກ​ຕັ້ງ​ນີ້​ແມ່ນ “ວັນ​ບຸນ​ໃຫຍ່” ຫຼື ​ຍັງ​ເອີ້ນ​ວ່າ “ວັນ​ບຸນ​ຂອງ​ປະ​ເທດ​ຊາດ” ຂອງ ຫວຽດນາມ. ສຳນັກ​ຂ່າວສານ AFP ຂອງ​​ອາ​ເມ​ລິ​ກາ ກໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດການ​ການ​ເມືອງ​ສຳຄັນ​ນີ້​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ