ສື່ສານອັກຊັງຕິນຕີລາຄາສູງກາລະໂອກາດຮ່ວມມືດ້ານເສດຖະກິດກັບຫວຽດນາມ

ສື່ສານອັກຊັງຕິນຕີລາຄາສູງກາລະໂອກາດຮ່ວມມືດ້ານເສດຖະກິດກັບຫວຽດນາມ - ảnh 1
ສື່ສານອັກຊັງຕິນຕີລາຄາສູງກາລະໂອກາດ
ຮ່ວມມືດ້ານເສດຖະກິດກັບຫວຽດນາມ
(ພາບ: vietnamplus.vn)


​(vovworld) - ວັນ​ທີ 27/05, ໜັງສືພິມ “Clarin” ຂອງ​ອັກ​ຊັງ​ຕິນ ​ໄດ​​້ລົງ​ພິມ​ບົດ​ຂຽນ​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ກໍ່​ຄື​ຍົກ​ສູງ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ບົດ​ຂຽນ​ຂອງ​ນັກ​ຊ່ຽວຊານ​ດ້ານ​ເສດ​ຖະກິດ Julio Sevares, ສາດສະດາ​ຈານ​ມະຫາວິທະຍາ​ໄລ​ສັງ​ລວມ Buenos Aires, ​ໄດ້​ຍົກ​ອອກ​ຄວາມສະດວກກໍ​ຄື​ສິ່ງ​ທ້າ​ທາຍ​ຂອງ​ວິ​ສາ​ຫະກິດ​ອັກ​ຊັງ​ຕິນ ເມື່ອ​ທຳ​ມາ​ຫາ​ກິນ ​ແລະ ລົງທຶນ​ຢູ່​ຫວຽດນາມ. ຕາ​ມບົດ​ໜັງສືພິມ​ແລ້ວ, ຫວຽດນາມ ​ໄດ້​ກາຍ​ເປັນ​ຕະຫຼາດ​ທີ່​ດຶງ​ດູດ​ສຳລັບ​ຫຼາຍ​ປະ​ເທດ​ໃນ​ໂລກ ໃນ​ນັ້ນ​ມີ​ອັກ​ຊັງ​ຕິນ. ​ໃນ​ໄລຍະ 2002 – 2014, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ອັກ​ຊັງ​ຕິນ ​ແລະ ຫວຽດນາມ ​​ໄດ້​ເພີ່ມ​ຂຶ້ນ​ທົບ 20 ​ເທົ່າ ​ແລະ ບັດ​ລຸ​ລະດັບສະຖິຕິ​ໃນ​ປີ 2014 ​ແມ່ນ 1,706 ຕື້ USD. ​ນັກ​ຊ່ຽວຊານ​ດ້ານ​ເສດ​ຖະກິດ Julio Sevares ກໍ່​ເນັ້ນ​ໜັກ​ວ່າ, ຄຽງ​ຂ້າງຄວາມ​ສະດວກ​ກໍ່​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ສຳລັບ​ນັກ​ລົງທຶນ​ອັກ​ຊັງ​ຕິນ ​ເມື່ອ​ທຳ​ມາ​ຫາ​ກິນ ຢູ່​ຫວຽດນາມ, ຍ້ອນ​ມີ​ຄວາມ​ແຕກ​ຕ່າງກັນ​ດ້ານ​ວັດທະນະທຳ ກໍ່​ຄື​ການ​ແກ່ງ​ແຍ້​ງທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ