ສະຖານກົງສູນ ຝຣັ່ງ ປະຈຳ ນິວຢອກ ໄດ້ຍົກຍ້າຍຍ້ອນຖືກນາບຂູ່ວາງລະເບີດ

ສະຖານກົງສູນ ຝຣັ່ງ ປະຈຳ ນິວຢອກ ໄດ້ຍົກຍ້າຍຍ້ອນຖືກນາບຂູ່ວາງລະເບີດ - ảnh 1
ສ​ະ​ຖານ​ກົງ​ສູນ ຝ​ຣັ່ງ ປະ​ຈຳ ນິວ​ຢອກ

(vovworld) – ສະ​ຖານ​ກົງ​ສູນ​ຝ​ຣັ່ງ ປະ​ຈຳ ນິວຢອກ, ເຊິ່ງ​ແມ່ນ​ບ່ອນ​ມີ​ຊາວ ຝ​ຣັ່ງ ນັບ​ພັນ​ຄົນ​ດຳ​ລົງ​ຊີ​ວິດ​ຢູ່ ນິວ​ຢອກ ໄດ້​ຈົດ​ທະ​ບຽບ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 23/4, ໄດ້​ຖືກ​ຍົກ​ຍ້າຍພາຍຫຼັງ​ສົງ​ໄສ​ມີ​ຄຳ​ນາບ​ຂ​ູ່​ວາງ​ລະ​ເບີດ. ທ່ານນາງ Anne Claire Legender, ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫ້​ຮູ້​ວ່າ: ຕຳຫຼ​ວດ​ໄດ້​ອອກ​ຄຳ​ສັ່ງ​​ຍົກ​ຍ້າຍທຸ​ກ​ຄົນ​ອອກ​ຈາກ​ສຳ​ນັກ​ງານ​ສະ​ຖານ​ກົງ​ສູນ, ພາຍຫຼັງ​ໄດ້​ຄົ້ນ​ພົບ​​ລົດ​ໂອ​ໂຕ​ທີ່​ຖືກ​ລະ​ແວງ​ສົງ​ໄສ​ຢູ່ນອກ​ສຳ​ນັກ​ງານ​ດັ່ງ​ກ່າວ. ທ່ານນາງ Anne Claire Legender ໃຫ້​ຮູ້​ວ່າ, ກອງ​ຕຳຫຼວດ​ນະ​ຄອນ ນິວຢ​ອກ ໄດ້​ອອກ​ຄຳ​ສັ່ງ​ຕ້ອງ​ລະ​ວັງຕົວ​​ທີ່​ສຸດ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ເກີດ​ເຫດ​ບຸກ​ໂຈມ​ຕີ​ຫວ່າງມໍ່​ໆ​ນີ້​ຢູ່ຖະ​ໜົນ Champs Elysees ຢູ່​ນະ​ຄອນຫຼວງ ປາ​ຣີ, ເຮັດ​ໃຫ້​ຕຳຫຼວດ 1 ຄົນ​ເສ​ຍ​ຊີ​ວິດ.


ຕອບກັບ

ຂ່າວ/ບົດ​ອື່ນ