ສະຖານ​ທູດ​ ລາວ ປະຈໍາ ຫວຽດນາມ ຈັດ​ການເຜີຍ​ແຜ່, ​ເຊື່ອມ​ຊຶມ, ປາຖະກະຖາ ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ຊາດ

(VOVWORLD) - ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີເອກະສານ 6 ສະບັບ.
ສະຖານ​ທູດ​ ລາວ ປະຈໍາ ຫວຽດນາມ ຈັດ​ການເຜີຍ​ແຜ່, ​ເຊື່ອມ​ຊຶມ,  ປາຖະກະຖາ ​ເອກະສານ​ສຳຄັນ​ຂອງ​ພັກ, ຂອງ​ຊາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ
(ພາບ: ໂອລຳ  ຈັນທະວິໄລ)

ວັນທີ 28 ມີນາ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຈັດການເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງໄຊ  ອິນທະຄຳ,  ຮອງເລຂາຄະນະພັກຮາກຖານ ໂດຍການເຂົ້າຮ່ວມຮັບຟັງຂອງຄະນະນຳສະຖານທູດ, ຫ້ອງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການຜູ້ຕາງໜ້າການບິນລາວ, ພະນັກງານ ແລະ ຄອບຄົວພະນັກງານສະຖານທູດ ຈຳນວນ 40 ສະຫາຍ.

            ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີເອກະສານ 6 ສະບັບ,  ເຊັ່ນ: ເອກະສານ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, ເອກະສານ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 76 ປີ , ເອກະສານ ລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 40 ປີ, ເອກະສານ ວັນແມ່ຍິງສາກົນ ຄົບຮອບ 112 ປີ ແລະ ເອກະສານ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເອກະສານຜົນສຳເລັດການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ໃນການເຜີຍແຜ່ເອກະສານຄັ້ງນີ້ ສະຫາຍ ວົງໄຊ  ອິນທະຄຳ,  ຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ຈັນທະພອນ  ຄຳມະນີຈັນ ກຳມະການຄະນະພັກຮາກຖານ, ປະທານກວດກາພັກ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເອກະສານດັ່ງກ່າວ, ແຕ່ລະສະຫາຍກໍໄດ້ເນັ້ນໃຫ້ພະນັກງານນັກການທູດຈົ່ງພ້ອມກັນຄົ້ນຄວ້າໃຫ້ເຂົ້າໃຈ ແລະ ກຳໄດ້ບັນດາເຫດການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈຂອງບັນດາເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເພື່ອເປັນບ່ອນອີງໃນການຝຶກຝົນຫຼໍ່ຫຼອມ ແລະ ປະຕິບັດວຽກງານວິຊາສະເພາະຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ